ຂ້າມໄປທີ່ເນື້ອໃນ

ເຄື່ອງ​ມື​ສຶກສາ​ຄຳພີ​ໄບເບິນ

ເຄື່ອງ​ມື​ສຶກສາ​ຄຳພີ​ໄບເບິນ​ແລະ​ແຫຼ່ງ​ຂໍ້​ມູນ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ຢ່າງ​ມີ​ຄວາມ​ສຸກ ມ່ວນ ແລະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ.

ອ່ານຄຳພີໄບເບິນທາງອອນລາຍ

ກວດເບິ່ງລັກສະນະເດັ່ນຕ່າງໆຂອງຄຳພີໄບເບິນສະບັບແປໂລກໃໝ່ທີ່ແປຢ່າງຖືກຕ້ອງແລະອ່ານເຂົ້າໃຈງ່າຍ.

ວິດີໂອສຳລັບການຮຽນຄຳພີໄບເບິນ

ບົດ​ນຳ​ຂອງ​ປຶ້ມ​ໃນ​ຄຳພີ​ໄບເບິນ

ຄວາມ​ຮູ້​ພື້ນຖານ​ແລະ​ຄວາມ​ເປັນ​ມາ​ຂອງ​ປຶ້ມ​ແຕ່​ລະ​ຫົວ​ໃນ​ຄຳພີ​ໄບເບິນ.

ຄຳ​ສອນ​ຫຼັກ​ໃນ​ຄຳພີ​ໄບເບິນ

ວິດີໂອ​ສັ້ນ​ເຫຼົ່າ​ນີ້​ອະທິບາຍ​ຄຳ​ສອນ​ຫຼັກ​ໃນ​ຄຳພີ​ໄບເບິນ ເຊັ່ນ ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ໂລກ? ຄົນ​ຕາຍ​ແລ້ວ​ເປັນ​ແນວ​ໃດ? ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ?

ຄູ່ມືສຳລັບການຮຽນຄຳພີໄບເບິນແລະແຫຼ່ງອ້າງອີງ

ສາລານຸກົມ​ກ່ຽວ​ກັບ​ຄຳພີໄບເບິນ

ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະຄຳພີ (ພາສາ​ອັງກິດ) ມີ​ຄຳ​ອະທິບາຍ​ກວມ​ເອົາ​ເລື່ອງ​ຕ່າງໆ​ໃນ​ຄຳພີໄບເບິນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ເຊັ່ນ ຜູ້​ຄົນ ສະຖານ​ທີ່ ຕົ້ນ​ໄມ້ ສັດ ເຫດການ​ສຳຄັນ ຄຳ​ຫຼື​ວະລີ​ໃນ​ຄຳພີໄບເບິນ ຖ້າ​ເຈົ້າ​ດາວໂຫຼດ​ໜັງສື​ເຫຼັ້ມ​ນີ້​ໃນ​ຮູບ​ແບບ PDF ເຈົ້າ​ກໍ​ຈະ​ເຫັນ​ແຜນທີ່ ຮູບ​ພາບ ດັດຊະນີ​ຫົວ​ເລື່ອງ ແລະ​ຂໍ້​ຄຳ​ພີ.

ສະຫຼຸບ​ເນື້ອ​ຫາ​ໃນ​ຄຳພີໄບເບິນ

ປຶ້ມ “ຄຳພີໄບເບິນ—ບອກ​ເລື່ອງ​ຫຍັງ?” ຈະ​ສະຫຼຸບ​ເນື້ອ​ຫາ​ໃນ​ຄຳພີໄບເບິນ​ແບບ​ກະທັດຮັດ​ແລະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຄຳພີໄບເບິນ​ໝົດ​ເຫຼັ້ມ​ມີ​ໃຈ​ຄວາມ​ສຳຄັນ​ຫຍັງ​ແດ່.

ແຜນທີ່​ດິນແດນ​ໃນ​ຄຳພີໄບເບິນ

ປຶ້ມ “ໄປ​ເບິ່ງ​ແຜ່ນດິນ​ທີ່​ດີ​ຢ້ຽມ” ມີ​ແຜນທີ່​ແລະ​ຕາ​ຕະລາງ​ກ່ຽວ​ກັບ​ສະຖານ​ທີ່​ແລະ​ດິນແດນ​ຕ່າງໆໃນ​ສະໄໝ​ຄຳພີໄບເບິນ​ໂດຍ​ສະເພາະ​ແຜ່ນດິນ​ຕາມ​ຄຳ​ສັນຍາ.

ຂໍ້​ຄຳພີ​ປະຈຳ​ວັນ

ປຶ້ມ​ການ​ພິຈາລະນາ​ຂໍ້​ພະ​ຄຳພີ​ປະຈຳ​ວັນ​ຈະ​ເວົ້າ​ເຖິງ​ຂໍ້​ຄຳພີ​ສັ້ນໆຂໍ້​ໜຶ່ງ​ໃນ​ແຕ່​ລະ​ມື້​ແລະ​ມີ​ຄຳ​ອະທິບາຍ​ຂໍ້​ຄຳພີ​ນັ້ນ​ນຳ.

ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ

ເບິ່ງ​ຄຳຕອບ​ຈາກ​ຄຳພີ​ໄບເບິນ​ສຳລັບ​ຄຳຖາມ​ເລື່ອງ​ພະເຈົ້າ ພະ​ເຢຊູ ຄອບຄົວ ຄວາມ​ທຸກ​ແລະ​ເລື່ອງ​ອື່ນໆ.

ຫ້ອງສະໝຸດອອນລາຍ (opens new window)

ຄົ້ນຄວ້າເລື່ອງຄຳພີໄບເບິນໃນລະບົບອິນເຕີເນັດໂດຍໃຊ້ສິ່ງພິມຂອງພະຍານພະເຢໂຫວາ

ຮຽນຄຳພີໄບເບິນກັບຜູ້ສອນ

ເລື່ອງ​ທີ່​ໜ້າ​ຮູ້​ກ່ຽວ​ກັບ​ການ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ

ເມື່ອ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ເຈົ້າ​ຢາກ​ໃຊ້​ຄຳ​ພີ​ໄບເບິນ​ສະບັບ​ໃດ​ກໍ​ໄດ້. ເຈົ້າ​ຢາກ​ຊວນ​ຄອບຄົວ​ຫຼື​ໝູ່​ມາ​ຮຽນ​ນຳ​ກໍ​ໄດ້.

ຂໍ​ໃຫ້​ມີ​ຄົນ​ມາ​ສອນ

ເບິ່ງ​ວ່າ​ຄຳ​ພີ​ໄບເບິນ​ສອນ​ຫຍັງ ຫຼື​ມາ​ຮູ້ຈັກ​ພະຍານ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.