ຂ້າມໄປທີ່ເນື້ອໃນ

“ປະກາດ​ຂ່າວ​ດີ!”

ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ປີ 2024

ເຂົ້າ​ຮ່ວມ​ຟຣີ ບໍ່​ມີ​ການ​ແຜ່​ເງິນ

ຈຸດ​ເດັ່ນ​ໃນ​ລາຍການ

ວັນ​ສຸກ: ເຮົາ​ຈະ​ໄດ້​ເຫັນ​ວ່າ​ຂ່າວ​ດີ​ກ່ຽວກັບ​ພະ​ເຢຊູ​ມີ​ການ​ຂຽນ​ຢ່າງ​ຖືກຕ້ອງ​ແນວ​ໃດ​ໃນ​ປຶ້ມ​ຂ່າວ​ດີ​ທີ່​ພວກ​ອັກຄະສາວົກ​ຂຽນ ແລະ​ຈະ​ໄດ້​ຮູ້​ວ່າ​ເລື່ອງ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ.

ວັນ​ເສົາ: ມີ​ຄຳ​ພະຍາກອນ​ຫຍັງ​ແດ່​ທີ່​ເວົ້າ​ເຖິງ​ການ​ເກີດ​ຂອງ​ພະ​ເຢຊູ​ແລະ​ຕອນ​ທີ່​ເພິ່ນ​ຍັງ​ນ້ອຍ? ແລະ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ເກີດຂຶ້ນ​ແທ້​ແນວ​ໃດ?

ວັນ​ອາທິດ: ຄຳ​ບັນລະຍາຍ​ເລື່ອງ “ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຢ້ານ​ຂ່າວ​ຮ້າຍ!” ຈະ​ຊ່ວຍ​ໃຫ້​ເຫັນ​ເຫດຜົນ​ທີ່​ຫຼາຍ​ລ້ານ​ຄົນ​ຍັງ​ສາມາດ​ຮູ້ສຶກ​ປອດໄພ​ແລະ​ໝັ້ນຄົງ​ໄດ້​ທັງ​ໆ​ທີ່​ໂລກ​ນີ້​ກຳລັງ​ຊົ່ວ​ຮ້າຍ​ຂຶ້ນ​ເລື້ອຍ​ໆ.

ລະຄອນ

ຂ່າວ​ດີ​ທີ່​ພະ​ເຢຊູ​ປະກາດ: ຕອນ 1

ຄວາມ​ສະຫວ່າງ​ແທ້​ຂອງ​ໂລກ

ການ​ມາ​ເກີດ​ຢ່າງ​ອັດສະຈັນ​ຂອງ​ພະ​ເຢຊູ​ເປັນ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ແທ້​ໆ​ແລະ​ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຕອນ​ທີ່​ພະ​ເຢຊູ​ຍັງ​ນ້ອຍ​ກໍ​ຍັງ​ມີ​ເຫດການ​ອື່ນ​ໆ​ທີ່​ໜ້າສົນໃຈ​ນຳ​ອີກ. ພໍ່​ແມ່​ຂອງ​ພະ​ເຢຊູ​ຕ້ອງ​ພາ​ເພິ່ນ​ໜີ​ໄປ​ເອຢິບ​ຍ້ອນ​ກະສັດ​ທີ່​ໂຫດ​ຮ້າຍ​ຕ້ອງການ​ຈະ​ຂ້າ​ເພິ່ນ. ຕໍ່​ມາ ເພິ່ນ​ກໍ​ເຮັດ​ໃຫ້​ພວກ​ອາຈານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ສະໄໝ​ນັ້ນ​ຮູ້ສຶກ​ງຶດ​ຫຼາຍ. ເຮົາ​ຈະ​ໄດ້​ເບິ່ງ​ເຫດການ​ເຫຼົ່າ​ນີ້​ແລະ​ເຫດການ​ອື່ນ​ໆ​ຈາກ​ວິດີໂອ 2 ສ່ວນ​ໃນ​ການ​ປະຊຸມ​ວັນ​ສຸກ​ແລະ​ວັນ​ເສົາ.

ເບິ່ງວິດີໂອ​ທີ່​ກ່ຽວກັບ​ປະຊຸມ​ໃຫຍ່ປີ​ນີ້

ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ການ​ປະຊຸມ​ພາກ?

ເບິ່ງ​ວ່າ​ເຈົ້າ​ຈະ​ໄດ້​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ.

ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ປີ 2024: “ປະກາດ​ຂ່າວ​ດີ!”

ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ປະຊຸມ​ປີ​ນີ້.

ຕົວຢ່າງ​ລະຄອນ: ຂ່າວ​ດີ​ທີ່​ພະ​ເຢຊູ​ປະກາດ

ຫຼາຍ​ຄົນ​ຮູ້​ດີ​ກ່ຽວກັບ​ການ​ມາ​ເກີດ​ຢ່າງ​ອັດສະຈັນ​ຂອງ​ພະ​ເຢຊູ. ແຕ່​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ກ່ອນ​ໜ້າ​ນັ້ນ​ແລະ​ຫຼັງ​ຈາກນັ້ນ​ເດ​ເປັນ​ແນວ​ໃດ?