ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ 10:1-39

  • ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ບໍ່​ສາມາດ​ເຮັດ​ໃຫ້​ມະນຸດ​ສົມບູນແບບ​ໄດ້ (1-4)

    • ກົດໝາຍ​ຂອງ​ໂມເຊ​ເປັນ​ເງົາ (1)

  • ພະ​ເຢຊູ​ມອບ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ (5-18)

  • ທາງ​ໃໝ່​ທີ່​ພາ​ໄປ​ສູ່​ຊີວິດ (19-25)

    • ຢ່າ​ຂາດ​ການ​ປະຊຸມ (24, 25)

  • ເຕືອນ​ບໍ່​ໃຫ້​ຕັ້ງໃຈ​ເຮັດ​ຜິດ (26-31)

  • ຄວາມ​ໝັ້ນໃຈ​ແລະ​ຄວາມ​ເຊື່ອ​ຊ່ວຍ​ໃຫ້​ອົດທົນ (32-39)

10  ກົດໝາຍ​ຂອງ​ໂມເຊ​ເປັນ​ເງົາ+​ຂອງ​ສິ່ງ​ດີ​ຕ່າງ​ໆ​ທີ່​ຈະ​ມາ+ ແຕ່​ມັນ​ບໍ່​ແມ່ນ​ຂອງ​ແທ້. ກົດໝາຍ​ນັ້ນ*​ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ຄົນ​ທີ່​ນະມັດສະການ​ພະເຈົ້າ​ເປັນ​ຄົນ​ສົມບູນ​ແບບ​ໄດ້ ເຖິງ​ວ່າ​ເຂົາເຈົ້າ​ຈະ​ເອົາ​ເຄື່ອງ​ບູຊາ​ແບບ​ເກົ່າ​ມາ​ໃຫ້​ທຸກ​ໆ​ປີ.+  ຖ້າ​ເຂົາເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້* ແລ້ວ​ຖືກ​ເຮັດ​ໃຫ້​ສະອາດ​ຈົນ​ບໍ່​ຮູ້ສຶກ​ວ່າ​ໂຕເອງ​ເປັນ​ຄົນ​ບາບ​ອີກ​ຕໍ່​ໄປ ເຂົາເຈົ້າ​ກະ​ຄື​ຊິ​ເຊົາ​ເອົາ​ມາ​ໃຫ້​ແມ່ນ​ບໍ?  ແຕ່​ທີ່ຈິງ​ແລ້ວ​ບໍ່​ເປັນ​ແບບ​ນັ້ນ ເຄື່ອງ​ບູຊາ​ເປັນ​ສິ່ງ​ທີ່​ເຕືອນ​ເຂົາເຈົ້າ​ທຸກ​ໆ​ປີ​ໃຫ້​ຮູ້​ວ່າ​ໂຕເອງ​ມີ​ບາບ.+  ຍ້ອນ​ເລືອດ​ງົວ​ໂຕ​ຜູ້​ແລະ​ເລືອດ​ແບ້​ກຳຈັດ​ບາບ​ບໍ່​ໄດ້.  ດັ່ງນັ້ນ ເມື່ອ​ພະຄລິດ​ເຂົ້າ​ມາ​ໃນ​ໂລກ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “‘ພະອົງ​ບໍ່​ໄດ້​ຕ້ອງການ​ເຄື່ອງ​ບູຊາ​ຫຍັງ​ເລີຍ ແຕ່​ພະອົງ​ກຽມ​ຮ່າງກາຍ​ໜຶ່ງ​ໄວ້​ໃຫ້​ຂ້ອຍ.  ພະອົງ​ບໍ່​ພໍໃຈ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ໄຖ່​ບາບ.’+  ຂ້ອຍ​ຈຶ່ງ​ເວົ້າ​ວ່າ ‘ລູກ​ມາ​ລະ​ເດີ້. (ມີ​ເລື່ອງ​ຂອງ​ລູກ​ຂຽນ​ໄວ້​ໃນ​ມ້ວນ​ໜັງສື.) ພະເຈົ້າ​ຂອງ​ລູກ​ເອີ້ຍ ລູກ​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ.’”+  ຫຼັງ​ຈາກ​ທີ່​ພະຄລິດ​ເວົ້າ​ວ່າ: “ພະອົງ​ບໍ່​ໄດ້​ຕ້ອງການ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ເຄື່ອງ​ບູຊາ​ອື່ນ​ໆ​.” ເຄື່ອງ​ບູຊາ​ເຫຼົ່າ​ນີ້​ແມ່ນ​ເຄື່ອງ​ບູຊາ​ຊະນິດ​ຕ່າງ​ໆ​ຕາມ​ທີ່​ກົດໝາຍ​ຂອງ​ໂມເຊ​ກຳນົດ​ໄວ້.  ເພິ່ນ​ກໍ​ເວົ້າ​ອີກ​ວ່າ: “ລູກ​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ.”+ ເພິ່ນ​ຍົກ​ເລີກ​ລະບົບ​ເກົ່າ​ເພື່ອ​ຈະ​ຕັ້ງ​ລະບົບ​ໃໝ່​ຂຶ້ນ. 10  ຍ້ອນ “ຄວາມ​ຕ້ອງການ” ນີ້+ ພະ​ເຢຊູ​ຄລິດ​ຈຶ່ງ​ມອບ​ຮ່າງກາຍ​ຂອງ​ໂຕເອງ​ແຕ່​ເທື່ອ​ດຽວ​ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ບໍລິສຸດ.*+ 11  ນອກ​ຈາກນັ້ນ ປະໂລຫິດ​ທຸກ​ຄົນ​ເຮັດ​ໜ້າທີ່​ຂອງ​ໂຕເອງ​ທຸກ​ໆ​ມື້​ເພື່ອ​ເຮັດ​ວຽກ​ຮັບໃຊ້​ທີ່​ບໍລິສຸດ+ ແລະ​ເພື່ອ​ມອບ​ເຄື່ອງ​ບູຊາ​ແບບ​ເກົ່າ​ໃຫ້​ພະເຈົ້າ​ຢູ່​ເລື້ອຍ​ໆ​+ ແຕ່​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ບໍ່​ມີ​ທາງ​ກຳຈັດ​ບາບ​ໄດ້​ໝົດ.+ 12  ສ່ວນ​ພະຄລິດ​ມອບ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ແຕ່​ເທື່ອ​ດຽວ​ເພື່ອ​ກຳຈັດ​ບາບ​ຕະຫຼອດ​ໄປ ແລ້ວ​ເພິ່ນ​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ.+ 13  ຕັ້ງແຕ່​ນັ້ນ​ມາ ເພິ່ນ​ກໍ​ລໍ​ຖ້າ​ຈົນ​ກວ່າ​ພະເຈົ້າ​ຈະ​ເຮັດ​ໃຫ້​ພວກ​ສັດຕູ​ຂອງ​ເພິ່ນ​ເປັນ​ບ່ອນ​ວາງ​ຕີນ​ຂອງ​ເພິ່ນ.+ 14  ໂດຍ​ການ​ມອບ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ແຕ່​ເທື່ອ​ດຽວ ເພິ່ນ​ເຮັດ​ໃຫ້​ຄົນ​ທີ່​ຖືກ​ເຮັດ​ໃຫ້​ບໍລິສຸດ​ສົມບູນ​ແບບ+​ຕະຫຼອດ​ໄປ. 15  ພະລັງ​ບໍລິສຸດ​ກໍ​ຢືນຢັນ​ເລື່ອງ​ນີ້​ກັບ​ພວກ​ເຮົາ​ຄື​ກັນ ເມື່ອ​ເວົ້າ​ວ່າ: 16  “ພະ​ເຢໂຫວາ*​ບອກ​ວ່າ ‘ນີ້​ແມ່ນ​ຄຳ​ສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ເຂົາເຈົ້າ​ຫຼັງ​ຈາກ​ຄຳ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້. ເຮົາ​ຈະ​ເອົາ​ກົດໝາຍ​ຂອງ​ເຮົາ​ໃສ່​ໄວ້​ໃນ​ໃຈ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຂຽນ​ກົດໝາຍ​ຂອງ​ເຮົາ​ໄວ້​ໃນ​ຄວາມ​ຄິດ​ຂອງ​ເຂົາເຈົ້າ.’”+ 17  ຈາກນັ້ນ ພະລັງ​ບໍລິສຸດ​ກໍ​ເວົ້າ​ອີກ​ວ່າ: “ເຮົາ​ຈະ​ບໍ່​ຈື່​ຄວາມ​ຜິດ​ແລະ​ການ​ເຮັດ​ຊົ່ວ​ຂອງ​ເຂົາເຈົ້າ​ອີກ​ຕໍ່​ໄປ.”+ 18  ເມື່ອ​ພະເຈົ້າ​ຍົກໂທດ​ຄວາມ​ຜິດ​ເຫຼົ່າ​ນັ້ນ​ແລ້ວ ກໍ​ບໍ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ເພື່ອ​ໄຖ່​ບາບ​ອີກ​ຕໍ່​ໄປ. 19  ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ*+​ດ້ວຍ​ຄວາມ​ໝັ້ນໃຈ​ກໍ​ຍ້ອນ​ເລືອດ​ຂອງ​ພະ​ເຢຊູ. 20  ເພິ່ນ​ເປີດ​ທາງ​ນັ້ນ​ໃຫ້​ພວກ​ເຮົາ​ເຊິ່ງ​ເປັນ​ທາງ​ໃໝ່​ທີ່​ພາ​ໄປ​ສູ່​ຊີວິດ​ໂດຍ​ທີ່​ເພິ່ນ​ຜ່ານ​ຜ້າກັ້ງ​ເຂົ້າ​ໄປ.+ ຜ້າກັ້ງ​ນັ້ນ​ແມ່ນ​ຮ່າງກາຍ​ທີ່​ເພິ່ນ​ໄດ້​ສະລະ. 21  ໃນ​ເມື່ອ​ພວກ​ເຮົາ​ມີ​ປະໂລຫິດ​ທີ່​ຍິ່ງໃຫຍ່​ເຝົ້າ​ເບິ່ງແຍງ​ຄອບຄົວ​ຂອງ​ພະເຈົ້າ​ຢູ່+ 22  ກໍ​ໃຫ້​ພວກ​ເຮົາ​ເຂົ້າ​ຫາ​ພະເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ແລະ​ດ້ວຍ​ຄວາມ​ເຊື່ອ​ໝັ້ນເຕັມທີ. ພວກ​ເຮົາ​ບໍ່​ຮູ້ສຶກ​ຜິດ​ອີກ​ຕໍ່​ໄປ​ຍ້ອນ​ໃຈ​ພວກ​ເຮົາ​ຖືກ​ເຮັດ*​ໃຫ້​ສະອາດ​ແລ້ວ+ ແລະ​ຮ່າງກາຍ​ຂອງ​ພວກ​ເຮົາ​ກໍ​ຖືກ​ເຮັດ​ໃຫ້​ສະອາດ​ດ້ວຍ​ນ້ຳ​ແລ້ວ.+ 23  ໃຫ້​ພວກ​ເຮົາ​ປະກາດ​ຄວາມ​ຫວັງ​ຂອງ​ພວກ​ເຮົາ​ຢ່າງ​ເປີດເຜີຍ​ຕໍ່​ໄປ​ໂດຍ​ບໍ່​ຫວັ່ນໄຫວ+ ຍ້ອນ​ພະເຈົ້າ​ທີ່​ສັນຍາ​ກັບ​ພວກ​ເຮົາ​ນັ້ນ​ສັດຊື່. 24  ໃຫ້​ພວກ​ເຮົາ​ສົນໃຈ​ກັນ* ເພື່ອ​ພວກ​ເຮົາ​ຈະ​ກະຕຸ້ນ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຮັດ​ສິ່ງ​ທີ່​ດີ.+ 25  ຢ່າ​ຂາດ​ການ​ປະຊຸມ+​ຄື​ກັບ​ທີ່​ບາງ​ຄົນ​ເຮັດ​ເປັນ​ນິດໄສ ແຕ່​ໃຫ້​ກຳລັງ​ໃຈ​ກັນ.+ ໃຫ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ຫຼາຍ​ຂຶ້ນ​ເມື່ອ​ເຫັນ​ວ່າ​ວັນ​ນັ້ນ​ໃກ້​ຈະ​ມາ​ຮອດ​ແລ້ວ.+ 26  ເມື່ອ​ພວກ​ເຮົາ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວກັບ​ຄວາມ​ຈິງ​ແລ້ວ+ ແຕ່​ຍັງ​ຕັ້ງໃຈເຮັດ​ຜິດ​ຢູ່ ກໍ​ຈະ​ບໍ່​ມີ​ເຄື່ອງ​ບູຊາ​ຊະນິດ​ໃດ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ເຮົາ​ໄດ້.+ 27  ມີ​ແຕ່​ຈະ​ລໍ​ຖ້າ​ການ​ຕັດສິນ​ລົງໂທດ​ທີ່​ເປັນ​ຕາ​ຢ້ານ ແລະ​ຄວາມ​ໃຈ​ຮ້າຍ​ຂອງ​ພະເຈົ້າ​ຈະ​ເປັນ​ຄື​ກັບ​ໄຟ​ທີ່ເຜົາ​ຜານ​ຄົນ​ທີ່​ຕໍ່ຕ້ານ​ເພິ່ນ.+ 28  ຄົນ​ທີ່​ບໍ່​ເຊື່ອຟັງ​ກົດໝາຍ​ຂອງ​ໂມເຊ​ແລະ​ມີ​ພະຍານ 2 ຫຼື 3 ຄົນ​ຢືນຢັນ​ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ​ໂດຍ​ບໍ່​ໄດ້​ຮັບ​ຄວາມ​ອີ່ຕົນ.+ 29  ຄັນ​ເປັນ​ແນວ​ນັ້ນ ຄົນ​ທີ່​ດູຖູກ​ແລະ​ປະຕິເສດ​ລູກ​ຂອງ​ພະເຈົ້າ*​ແລະ​ບໍ່​ເຫັນ​ຄຸນຄ່າ​ເລືອດ​ທີ່​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້+​ເຊິ່ງ​ເຮັດ​ໃຫ້​ເຂົາເຈົ້າ​ບໍລິສຸດ ແລະ​ຍັງ​ໝິ່ນ​ປະໝາດ​ພະລັງ​ຂອງ​ພະເຈົ້າ​ທີ່​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ກໍ​ສົມຄວນ​ຈະ​ຖືກ​ລົງໂທດ​ໜັກ​ກວ່າ​ນັ້ນ​ບໍ່​ແມ່ນ​ບໍ?+ 30  ພວກ​ເຮົາ​ຮູ້​ຈັກ​ພະເຈົ້າ​ຜູ້​ທີ່​ເວົ້າ​ວ່າ: “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ. ເຮົາ​ຈະເປັນ​ຜູ້​ຕອບ​ແທນ​ເອງ.” ພະຄຳພີ​ຍັງ​ເວົ້າ​ອີກ​ວ່າ: “ພະ​ເຢໂຫວາ*​ຈະ​ຕັດສິນ​ຄົນ​ຂອງ​ເພິ່ນ.”+ 31  ເປັນ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ແທ້​ໆ​ທີ່​ຈະ​ຕົກ​ຢູ່​ໃນ​ມື​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່. 32  ຂໍ​ໃຫ້​ຄິດ​ເຖິງ​ສະໄໝ​ແຕ່​ກີ້​ຢູ່​ສະເໝີ ຕອນ​ທີ່​ພວກ​ເຈົ້າ​ຫາກໍ​ໄດ້​ຮັບ​ຄວາມ​ສະຫວ່າງ+ ພວກ​ເຈົ້າ​ຕ້ອງ​ອົດທົນ​ກັບ​ຄວາມ​ທຸກ​ລຳບາກ​ແລະ​ການ​ຂົ່ມເຫງ​ຢ່າງ​ໜັກ. 33  ບາງ​ເທື່ອ​ພວກ​ເຈົ້າ​ຖືກ​ປະຈານ​ຂາຍ​ໜ້າ​ແລະ​ຖືກ​ດູຖູກ ບາງ​ເທື່ອ​ກໍ​ຮ່ວມ​ທຸກ*​ກັບ​ຄົນ​ທີ່ເຈິ​ສິ່ງ​ເຫຼົ່າ​ນັ້ນ. 34  ຕອນ​ນັ້ນ ພວກ​ເຈົ້າ​ເຫັນອົກ​ເຫັນໃຈ​ຄົນ​ທີ່​ຕິດ​ຄຸກ ແລະ​ພວກ​ເຈົ້າ​ຍິນດີ​ຍອມ​ຖືກ​ປຸ້ນ​ຊັບສິນ+​ຍ້ອນ​ຮູ້​ວ່າ​ມີ​ຊັບສິນ​ທີ່​ດີ​ກວ່າ​ແລະ​ຖາວອນ.+ 35  ຂໍ​ໃຫ້​ພວກ​ເຈົ້າ​ກ້າຫານ​ຕໍ່​ໆ​ໄປ ຍ້ອນ​ມີ​ລາງວັນ​ທີ່​ຍິ່ງໃຫຍ່​ລໍ​ຖ້າ​ຢູ່.+ 36  ພວກ​ເຈົ້າ​ຕ້ອງ​ອົດທົນ+ ເພື່ອ​ວ່າ​ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ແລ້ວ ພວກ​ເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ທີ່​ເພິ່ນ​ສັນຍາ. 37  ອີກ “ບໍ່​ດົນ”+ “ເພິ່ນ​ຜູ້​ທີ່​ກຳລັງ​ມາ​ກໍ​ຈະ​ມາ​ຮອດ​ແລ້ວ. ເພິ່ນ​ຈະ​ບໍ່​ຊ້າ​ເລີຍ.”+ 38  “ແຕ່​ຄົນ​ດີ​ຈະ​ມີ​ຊີວິດ​ຢູ່​ຍ້ອນ​ລາວ​ມີ​ຄວາມ​ເຊື່ອ”+ ແລະ “ຖ້າ​ລາວ​ຖອຍ​ຫຼັງ​ກັບ ເຮົາ​ຈະ​ບໍ່​ພໍໃຈ​ລາວ.”+ 39  ພວກ​ເຮົາ​ບໍ່​ແມ່ນ​ຄົນ​ທີ່​ຈະ​ຖອຍ​ຫຼັງ​ກັບ​ໄປ​ຫາ​ຄວາມ​ຈິບຫາຍ+ ແຕ່​ພວກ​ເຮົາ​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຊິ່ງ​ຈະ​ເຮັດ​ໃຫ້​ໄດ້​ຊີວິດ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ປະໂລຫິດ”
ຫຼື “ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ”
ຫຼື “ເຊິ່ງ​ແຍກ​ພວກ​ເຮົາ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”
ໝາຍເຖິງ​ຫ້ອງ​ບໍລິສຸດ​ທີ່​ສຸດ
ແປ​ຕາມ​ໂຕ​ວ່າ “ຊິ​ດ.” ໝາຍເຖິງ​ຊິດ​ດ້ວຍ​ເລືອດ​ຂອງ​ພະ​ເຢຊູ.
ຫຼື “ເປັນ​ຫ່ວງ​ກັນ”
ຫຼື “ຄົນ​ທີ່​ຢຽບ​ລູກ​ຂອງ​ພະເຈົ້າ​ຈົນ​ແປ”
ຫຼື “ຢູ່​ຄຽງ​ຂ້າງ”