ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 10

ສັນລະເສີນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ!

ສັນລະເສີນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ!

(ຄຳເພງ 145:12)

  1. 1. ຈົ່ງ​ສັນ​ເສີນ ພະເຈົ້າ​ເຢໂຫວາ

    ເຮົາ​ຈົ່ງ​ມາ ປະກາດ ເລື່ອງ​ພະອົງ

    ຕ້ອງ​ໄປ​ເຕືອນ ວ່າ​ເວລາ​ໃກ້​ມາ

    ສຽງ​ພະອົງ ບອກ​ເຕືອນ ເຂົາ​ຕ້ອງ ເຊື່ອ​ຟັງ

    ບັດ​ນີ້ ເຢໂຫວາ ແຕ່ງ​ຕັ້ງ​ໃຫ້​ລູກ​ຊາຍ

    ຂອງ​ພະອົງ ເປັນ​ກະສັດ ປົກຄອງ

    ເຮົາ​ຕ້ອງ ເຕືອນ​ຜູ້​ຄົນ ບອກ​ເຖິງ​ສິ່ງ​ດີ​ດີ

    ທີ່​ພະເຈົ້າ ຈະ​ມອບ​ໃຫ້ ພວກ​ເຮົາ

    (ທ່ອນ​ຊ້ຳ)

    ຈົ່ງ​ສັນ​ເສີນ ພະເຈົ້າ​ເຢໂຫວາ

    ປະກາດ​ຄວາມ​ຍິ່ງໃຫຍ່​ໃຫ້​ໂລກ​ໄດ້​ຮູ້

  2. 2. ຈົ່ງ​ສັນ​ເສີນ ຮ້ອງ​ເປັນ​ເພງ​ຈາກ​ໃຈ

    ຮ້ອງ​ດ້ວຍ​ຄວາມ ຍິນດີ ຮ້ອງ​ໃຫ້​ດັງ

    ຮ້ອງ​ດ້ວຍ​ໃຈ ທີ່​ສຳນຶກ​ບຸນ​ຄຸນ

    ເຮົາ​ກ້າຫານ ປະກາດ ຊື່​ຂອງ​ພະອົງ

    ເຖິງ​ຈະ ມີ​ອຳນາດ ທີ່​ຍິ່ງໃຫຍ່​ສູງ​ສຸດ

    ກໍ​ຍັງ​ຖ່ອມ ແລະ​ດີ​ຕໍ່ ທຸກ​ຄົນ

    ເປັນ​ພໍ່ ທີ່​ຮູ້ຈັກ ສິ່ງ​ໃດ​ທີ່​ຈຳເປັນ

    ເມື່ອ​ຮ້ອງ​ຂໍ ພະອົງ​ກໍ​ຟັງ​ເຮົາ

    (ທ່ອນ​ຊ້ຳ)

    ຈົ່ງ​ສັນ​ເສີນ ພະເຈົ້າ​ເຢໂຫວາ

    ປະກາດ​ຄວາມ​ຍິ່ງໃຫຍ່​ໃຫ້​ໂລກ​ໄດ້​ຮູ້

(ເບິ່ງ​ຕື່ມ ເພງ. 89:27; 105:1; ຢເຣ. 33:11)