ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 122

ຂໍ​ໃຫ້​ຢືນຢັດ​ໝັ້ນ​ຄົງ!

ຂໍ​ໃຫ້​ຢືນຢັດ​ໝັ້ນ​ຄົງ!

(1 ໂກລິນໂທ 15:58)

  1. 1. ທົ່ວ​ໂລກ​ມີ​ຄວາມ​ທຸກ​ຍາກ​ລຳບາກ​ເພີ່ມ​ຂຶ້ນ

    ສິ່ງ​ທີ່​ເກີດ​ຂຶ້ນ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຢ້ານ

    ແຕ່​ເຮົາ​ຈະ​ຕັ້ງ​ໝັ້ນ​ຄົງ​ຈະ​ບໍ່​ຫວັ່ນ​ໄຫວ

    ຈະ​ຮັບໃຊ້​ພະເຈົ້າ​ໝັ້ນ​ຄົງ

    (ທ່ອນ​ຊ້ຳ)

    ເຮົາ​ຈະ​ຢືນຢັດ​ຕັ້ງ​ໝັ້ນ​ຄົງ

    ຢ່າ​ຫຼົງ ຈົ່ງ​ໜີ​ຈາກ​ໂລກ​ຊົ່ວ

    ຍຶດ​ໝັ້ນ​ຈົນ​ວັນ​ສຸດ​ທ້າຍ

    ຈະ​ໄດ້​ຊີວິດ​ນິລັນ

  2. 2. ໃນ​ໂລກ​ນີ້​ມີ​ຫຼາຍ​ສິ່ງ​ທີ່​ລໍ້​ລວງ​ເຮົາ

    ຖ້າ​ເຮົາ​ມີ​ສະຕິ​ຈະ​ຕ້ານ​ທານ​ມັນ​ໄດ້

    ໂດຍ​ຊັງ​ສິ່ງ​ຊົ່ວ​ແລະ​ຍຶດ​ໝັ້ນ​ກັບ​ສິ່ງ​ດີ

    ຈະ​ຊ່ວຍ​ໃຫ້​ເຮົາ​ຕັ້ງ​ໝັ້ນ​ຄົງ

    (ທ່ອນ​ຊ້ຳ)

    ເຮົາ​ຈະ​ຢືນຢັດ​ຕັ້ງ​ໝັ້ນ​ຄົງ

    ຢ່າ​ຫຼົງ ຈົ່ງ​ໜີ​ຈາກ​ໂລກ​ຊົ່ວ

    ຍຶດ​ໝັ້ນ​ຈົນ​ວັນ​ສຸດ​ທ້າຍ

    ຈະ​ໄດ້​ຊີວິດ​ນິລັນ

  3. 3. ເຮົາ​ນະມັດສະການ​ພະເຈົ້າ​ສຸດ​ຫົວໃຈ

    ຮັບໃຊ້​ຮ່ວມ​ກັບ​ພະ​ເຍຊູ​ຜູ້​ເປັນ​ນາຍ

    ປະກາດ​ຂ່າວ​ດີ​ທຸກ​ວັນ​ດ້ວຍ​ໃຈ​ຮ້ອນຮົນ

    ຈົນ​ວັນ​ສຸດ​ທ້າຍ​ຜ່ານ​ພົ້ນ​ໄປ

    (ທ່ອນ​ຊ້ຳ)

    ເຮົາ​ຈະ​ຢືນຢັດ​ຕັ້ງ​ໝັ້ນ​ຄົງ

    ຢ່າ​ຫຼົງ ຈົ່ງ​ໜີ​ຈາກ​ໂລກ​ຊົ່ວ

    ຍຶດ​ໝັ້ນ​ຈົນ​ວັນ​ສຸດ​ທ້າຍ

    ຈະ​ໄດ້​ຊີວິດ​ນິລັນ

(ເບິ່ງ​ຕື່ມ ລືກາ 21:9; 1 ເປ. 4:7)