ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 13

ພະ​ຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

ພະ​ຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

(1 ເປໂຕ 2:21)

  1. 1. ຮັກ​ຂອງ​ພະເຈົ້າ​ຍິ່ງໃຫຍ່ ເຕັມ​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ດີ

    ສົ່ງ​ລູກ​ຊາຍ​ທີ່​ຮັກ ມາ​ຊ່ວຍ​ມະນຸດ​ທຸກ​ຄົນ

    ສະລະ​ຊີວິດ​ສູງ​ສົ່ງ ເກີດ​ເປັນ​ມະນຸດ​ເພື່ອ​ເຮົາ

    ເຮັດ​ໃຫ້​ຊື່​ພະເຈົ້າ ໄດ້​ຮັບ​ຄຳ​ສັນເສີນ

  2. 2. ທ່ານ​ປຽບ​ຄຳ​ສອນ​ພະເຈົ້າ ດັ່ງ​ອາຫານ​ລ້ຽງ​ຊີວີ

    ໃຫ້​ທ່ານ​ມີ​ສະຕິ ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ

    ຍອມ​ເປັນ​ທາດ​ຂອງ​ພະເຈົ້າ ເປັນ​ແບບ​ຢ່າງ​ໃຫ້​ພວກ​ເຮົາ

    ທ່ານ​ມີ​ຄວາມ​ຍິນດີ ເຮັດ​ໃຫ້​ພໍ່​ພໍ​ໃຈ

  3. 3. ເຮົາ​ຮຽນ​ແບບ​ພະ​ເຍຊູ ຮັບໃຊ້​ພະເຈົ້າ​ທຸກ​ວັນ

    ໃຫ້​ຮອຍ​ຕີນ​ທ່ານ​ນັ້ນ ເປັນ​ທາງ​ເດີນ​ຂອງ​ພວກ​ເຮົາ

    ຮຽນ​ແບບ​ພະ​ຄລິດ​ທຸກ​ວັນ ຕະຫຼອດ​ຊີວິດ​ຂອງ​ເຮົາ

    ເຮົາ​ເຮັດ​ໃຫ້​ພະເຈົ້າ ຍິນດີ​ທຸກ​ທຸກ​ວັນ

(ເບິ່ງ​ຕື່ມ ໂຢ. 8:29; ເອເຟ. 5:2; ຟີລິບ 2:5-7)