ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 41

ຂໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

ຂໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

(ຄຳເພງ 54)

  1. 1. ພໍ່​ໃນ​ສະຫວັນ ຂໍ​ຟັງ​ເພງ​ລູກ​ຮ້ອງ

    ພະເຈົ້າ​ຂອງ​ເຮົາ ເຮົາ​ເປັນ​ຂອງ​ພະອົງ

    ພະເຈົ້າ​ຍິ່ງໃຫຍ່ ບໍ່​ມີ​ໃຜ​ເທົ່າ​ທຽມ

    (ທ່ອນ​ຊ້ຳ)

    ຂໍ​ເຢໂຫວາ​ຟັງ ເຮົາ​ອະທິດຖານ

  2. 2. ຂອບໃຈ​ພະເຈົ້າ ທີ່​ໃຫ້​ມີ​ວັນ​ນີ້

    ປະທານ​ຊີວິດ ພ້ອມ​ທັງ​ຄຳ​ຊີ້​ນຳ

    ຫ່ວງໃຍ​ປອບ​ໂຍນ ເບິ່ງ​ແຍງ​ແລະ​ໃສ່​ໃຈ

    (ທ່ອນ​ຊ້ຳ)

    ຂໍ​ເຢໂຫວາ​ຟັງ ເຮົາ​ອະທິດຖານ

  3. 3. ເຮົາ​ຈະ​ເຮັດ​ສິ່ງ ທີ່​ຖືກຕ້ອງ​ຕໍ່​ໄປ

    ຂໍ​ຊ່ວຍ​ໃຫ້​ລູກ ເຂັ້ມແຂງ​ແລະ​ໝັ້ນ​ຄົງ

    ເດີນ​ຕາມ​ພະອົງ ທຸກ​ວັນ​ຕະຫຼອດ​ໄປ

    (ທ່ອນ​ຊ້ຳ)

    ຂໍ​ເຢໂຫວາ​ຟັງ ເຮົາ​ອະທິດຖານ

(ເບິ່ງ​ຕື່ມ ອົບ. 22:27; ເພງ. 106:4; ຢໂກ. 5:11)