ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 6

ທ້ອງຟ້າ​ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ

ທ້ອງຟ້າ​ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ

(ຄຳເພງ 19)

  1. 1. ທ້ອງຟ້າ​ປະກາດ ຊື່ສຽງ​ຂອງ​ພະ​ເຢໂຫວາ

    ເມື່ອ​ເບິ່ງ​ໄປ​ເທິງ​ທ້ອງຟ້າ ເຫັນ​ຜົນ​ງານ​ຂອງ​ພະອົງ

    ແຕ່​ເຊົ້າ​ໄດ້​ຍິນ ຄຳ​ສັນ​ເສີນ​ທຸກ​ທຸກ​ວັນ

    ຄ່ຳ​ຄືນ​ປະກາດ​ພະລັງ​ສ້າງ​ສັນ ແລະ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່

  2. 2. ກົດ​ໝາຍ​ພະເຈົ້າ ຊ່ວຍ​ຟື້ນຟູ​ໃຈ​ເຮົາ​ຂຶ້ນ​ໃໝ່

    ບໍ່​ວ່າ​ຈະ​ໃນ​ໄວ​ໃດ ພະອົງ​ຊີ້​ນຳ​ຕັກ​ເຕືອນ

    ປົກຄອງ​ຊື່​ກົງ ແລະ​ຖືກຕ້ອງ​ຍຸຕິທຳ

    ຄຳ​ຂອງ​ພະເຈົ້າ​ບໍລິສຸດ​ລ້ຳ ແລະ​ຫວານ​ເມື່ອ​ເຮົາ​ໄດ້​ຊີມ

  3. 3. ຢ້ານຢຳ​ພະເຈົ້າ ດີ​ແທ້​ຢັ້ງຢືນ​ຢູ່​ນິລັນ

    ຄຳ​ສັ່ງ​ຂອງ​ພະອົງ​ນັ້ນ ມີ​ຄ່າ​ຍິ່ງ​ກວ່າ​ທອງຄຳ

    ປົກ​ປ້ອງ​ຊີ້​ນຳ ຄົນ​ຂອງ​ພະອົງ​ທຸກ​ວັນ

    ກຽດ​ແລະ​ຊື່ສຽງ​ໜ້າ​ເຫຼື້ອມ​ໃສ​ນີ້ ເຮົາ​ເຊີດຊູ​ເຮົາ​ພັກດີ

(ເບິ່ງ​ຕື່ມ ເພງ. 111:9; 145:5; ຄຳປ. 4:11)