ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 96

ປຶ້ມ​ຄຳພີ​ໄບເບິນ​ປຽບ​ເໝືອນ​ຊັບ​ສົມບັດ

ປຶ້ມ​ຄຳພີ​ໄບເບິນ​ປຽບ​ເໝືອນ​ຊັບ​ສົມບັດ

(ສຸພາສິດ 2:1, 4)

  1. 1. ໜັງສື​ເຫຼັ້ມ​ໜຶ່ງ​ເຊິ່ງ​ມີ​ບັນທຶກ​ຫຼາຍ​ເລື່ອງ​ລາວ

    ໃຫ້​ມີ​ຄວາມ​ຫວັງ​ຄວາມ​ສະຫງົບ​ແລະ​ຍິນດີ

    ບອກ​ເລື່ອງ​ອຳນາດ​ຍິ່ງໃຫຍ່​ແລະ​ສະຕິ​ປັນຍາ

    “ຄົນ​ຕາ​ບອດ” ເຫັນ​ໄດ້ “ຄົນ​ຕາຍ” ໄດ້​ຟື້ນ​ຄືນ

    ນັ້ນ​ຄື​ໜັງສື​ຄຳພີ​ໄບເບິນ​ຂອງ​ພະເຈົ້າ

    ທີ່​ຂຽນ​ຂຶ້ນ​ໂດຍ​ຄົນ​ທີ່​ພະເຈົ້າ​ດົນ​ໃຈ

    ເປັນ​ຜູ້​ທີ່​ຮັກ​ພະເຈົ້າ​ເຢໂຫວາ​ແທ້​ຈິງ

    ໄດ້​ຮັບ​ກະຕຸ້ນ​ໃຈ​ໂດຍ​ພະລັງ​ພະອົງ

  2. 2. ພວກ​ເຂົາ​ຂຽນ​ຄວາມ​ຈິງ​ເລື່ອງ​ສິ່ງ​ທີ່​ພະເຈົ້າ​ສ້າງ

    ຈັກ​ກະ​ວານ​ຍິ່ງໃຫຍ່​ດ້ວຍ​ອຳນາດ​ພະອົງ

    ໄດ້​ບັນທຶກ​ໄວ້​ຕອນ​ເລີ່ມ​ຕົ້ນ​ມະນຸດ​ສົມບູນ

    ບອກ​ເລື່ອງ​ທີ່​ອຸທິຍານ​ໄດ້​ສູນ​ເສຍ​ໄປ

    ເຂົາ​ໄດ້​ບັນທຶກ​ໄວ້​ວ່າ​ທູດ​ສະຫວັນ​ອົງ​ໜຶ່ງ

    ເຊິ່ງ​ທ້າທາຍ​ໃນ​ເລື່ອງ​ການ​ປົກຄອງ​ພະເຈົ້າ

    ນຳ​ເອົາ​ຄວາມ​ທຸກ​ຄວາມ​ບາບ​ມາ​ໃຫ້​ມະນຸດ​ເຮົາ

    ແຕ່​ໃນ​ອີກ​ບໍ່​ຊ້າ​ເຢໂຫວາ​ມີ​ໄຊ

  3. 3. ດຽວ​ນີ້​ເປັນ​ເວລາ​ແຫ່ງ​ຄວາມ​ຍິນດີ​ຂອງ​ເຮົາ

    ເຢໂຫວາ​ຊີ້​ນຳ​ໂດຍ​ກະສັດ​ທີ່​ເຈີມ

    ເຮົາ​ຈຶ່ງ​ບອກ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ

    ແບ່ງ​ປັນ​ຄວາມ​ຫວັງ​ແລະ​ສິ່ງ​ດີ​ທີ່​ຈະ​ມາ

    ໜັງສື​ພະອົງ​ມີ​ຂ່າວ​ທີ່​ໃຫ້​ເຮົາ​ຍິນດີ

    ຄື​ກັບ​ທີ່​ເຮົາ​ຖືກ​ລ້ຽງ​ດູ​ຢ່າງ​ອິ່ມ​ໃຈ

    ບອກ​ເລື່ອງ​ສັນຕິສຸກ​ເກີນ​ມະນຸດ​ຈະ​ຝັນ​ໃຝ່

    ເປັນ​ສົມບັດ​ຊີວິດ​ເຊີນ​ໃຫ້​ທຸກ​ຄົນ​ອ່ານ

(ເບິ່ງ​ຕື່ມ 2 ຕີໂມ. 3:16; 2 ເປ. 1:21)