ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳນຳ​ແລະ​ໃຈ​ຄວາມ​ສຳຄັນ

ຄຳນຳ​ແລະ​ໃຈ​ຄວາມ​ສຳຄັນ

ຕອນ​ທີ່​ພະເຢຊູ​ບັນຍາຍ​ເທິງ​ພູເຂົາ​ໃກ້​ເມືອງ​ກາເປນາອູມ ເຊິ່ງ​ເປັນ​ເມືອງ​ທີ່​ຢູ່​ແຄມ​ຝັ່ງ​ທະເລ​ຄາລີເລ ເພິ່ນ​ໄດ້​ໃຫ້​ຄຳສອນ​ບາງ​ຂໍ້​ທີ່​ມີ​ຊື່ສຽງ​ທີ່ສຸດ. ຄຳບັນຍາຍ​ນີ້​ບັນທຶກ​ໄວ້​ໃນ​ບົດທີ 5 ເຖິງ 7 ຂອງ​ປຶ້ມ​ມັດທາຍ. ຄຳສອນ​ຕໍ່ໄປ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ຮັບ​ປະໂຫຍດ​ຈາກ​ສະຕິປັນຍາ​ຂອງ​ພະເຢຊູ.

  • ບົດທີ 5

    • ພະເຢຊູ​ເລີ່ມ​ສອນ​ເທິງ​ພູເຂົາ (1, 2)

    • ຄວາມສຸກ 9 ຢ່າງ (3-12)

    • ເກືອ​ກັບ​ແສງ​ສະຫວ່າງ (13-16)

    • ພະເຢຊູ​ມາ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ໃຫ້​ສຳເລັດ (17-20)

    • ຄຳແນະນຳ​ເລື່ອງ​ຄວາມ​ໃຈຮ້າຍ (21-26) ການ​ຫຼິ້ນ​ຊູ້ (27-30) ການ​ຢ່າຮ້າງ (31, 32) ການ​ສາບານ (33-37) ການ​ແກ້ແຄ້ນ (38-42) ການ​ຮັກ​ສັດຕູ (43-48)

  • ບົດທີ 6

    • ຢ່າ​ເຮັດ​ດີ​ເພື່ອ​ອວດ​ຄົນອື່ນ (1-4)

    • ຄວນ​ອະທິດຖານ​ແນວໃດ (5-15)

      • ຕົວຢ່າງ​ຄຳ​ອະທິດຖານ (9-13)

    • ຖື​ສິນ​ອົດ​ອາຫານ (16-18)

    • ຊັບ​ສົມບັດ​ໃນ​ໂລກ​ແລະ​ໃນ​ສະຫວັນ (19-24)

    • ເຊົາ​ອຸກໃຈ (25-34)

      • ເຮັດ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ສຳຄັນ​ທີ່ສຸດ (33)

  • ບົດທີ 7

    • ເຊົາ​ຕັດສິນ​ຄົນອື່ນ (1-6)

    • ຂໍ​ຕໍ່ໄປ ຊອກຫາ​ຕໍ່ໄປ ເຄາະ​ຕໍ່ໄປ (7-11)

    • ກົດ​ຄຳ (12)

    • ປະຕູ​ແຄບ (13, 14)

    • ຮູ້ຈັກ​ພວກ​ເຂົາ​ຈາກ​ການ​ກະທຳ (15-23)

    • ເຮືອນ​ທີ່​ສ້າງ​ເທິງ​ພະ​ລານ​ຫີນ​ແລະ​ດິນ​ຊາຍ (24-27)

    • ຜູ້​ຟັງ​ຮູ້ສຶກ​ງຶດງໍ້​ໃນ​ວິທີ​ສອນ​ຂອງ​ພະເຢຊູ (28, 29)