ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 15

ຜູ້​ເຖົ້າ​ແກ່​ຊ່ວຍ​ເຫຼືອ​ປະຊາຄົມ​ແນວ​ໃດ?

ຜູ້​ເຖົ້າ​ແກ່​ຊ່ວຍ​ເຫຼືອ​ປະຊາຄົມ​ແນວ​ໃດ?

ແຟງລັງ

ການ​ສອນ

ການ​ບຳລຸງ​ລ້ຽງ

ການ​ປະກາດ

ພວກ​ເຮົາ​ບໍ່​ມີ​ຄຸນ​ພໍ່​ທີ່​ຮັບ​ເງິນ​ເດືອນ​ໃນ​ອົງການ​ຂອງ​ພວກ​ເຮົາ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ແບບ​ດຽວ​ກັບ​ທີ່​ເຮັດ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ປະຊາຄົມ​ຄລິດສະຕຽນ ມີ​ການ​ແຕ່ງ​ຕັ້ງ​ຜູ້​ດູ​ແລ​ເດີນ​ທາງ​ທີ່​ມີ​ຄຸນວຸດທິ​ພຽງ​ພໍ “ເພື່ອ . . . ລ້ຽງ​ຮັກສາ​ພວກ​ຊຸມນຸມ​ແຫ່ງ​ພະເຈົ້າ.” (ກິດຈະການ 20:28) ຜູ້​ເຖົ້າ​ແກ່​ເຫຼົ່າ​ນີ້​ເປັນ​ຜູ້​ຊາຍ​ທີ່​ມີ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພະ​ເຢໂຫວາ​ເຊິ່ງ​ນຳ​ໜ້າ​ໃນ​ປະຊາຄົມ​ແລະ​ໃນ​ການ​ບຳລຸງ​ລ້ຽງ “ບໍ່​ໃຊ່​ດ້ວຍ​ຂືນ​ໃຈ . . . ແຕ່​ວ່າ​ດ້ວຍ​ນ້ຳໃຈ​ພ້ອມ​ຕາມ​ພະເຈົ້າ ບໍ່​ໃຊ່​ດ້ວຍ​ເຫັນ​ແກ່​ກຳໄລ​ອັນ​ເປັນ​ໂລບ ແຕ່​ວ່າ​ດ້ວຍ​ໃຈ​ເຫຼື້ອມ​ໃສ.” (1 ເປໂຕ 5:1-3) ເຂົາ​ເຈົ້າ​ເຮັດ​ວຽກ​ຫຍັງ​ແດ່​ເພື່ອ​ປະໂຫຍດ​ຂອງ​ເຮົາ?

ເຂົາ​ເຈົ້າ​ເອົາໃຈໃສ່​ແລະ​ປົກ​ປ້ອງ​ພວກ​ເຮົາ. ຜູ້​ເຖົ້າ​ແກ່​ໃຫ້​ການ​ຊີ້​ນຳ​ແລະ​ຊ່ວຍ​ປົກ​ປ້ອງ​ປະຊາຄົມ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ. ໂດຍ​ສຳນຶກ​ວ່າ​ພະເຈົ້າ​ໄວ້​ວາງໃຈ​ເຂົາ​ເຈົ້າ​ໃນ​ໜ້າ​ທີ່​ທີ່​ສຳຄັນ​ນີ້ ຜູ້​ເຖົ້າ​ແກ່​ບໍ່​ໄດ້​ໃຊ້​ສິດ​ອຳນາດ​ປົກຄອງ​ຄົນ​ຂອງ​ພະເຈົ້າ​ຢ່າງ​ເກີນ​ຂອບ​ເຂດ ແຕ່​ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຂົາ​ເຈົ້າ​ມີ​ສ່ວນ​ສົ່ງເສີມ​ຄວາມ​ສຸກ​ແລະ​ຄວາມ​ຍິນດີ​ຂອງ​ພວກ​ເຮົາ. (2 ໂກລິນໂທ 1:24) ເຊັ່ນ​ດຽວ​ກັບ​ຜູ້​ລ້ຽງ​ແກະ​ເອົາໃຈໃສ່​ແກະ​ແຕ່​ລະ​ຕົວ​ຂອງ​ຕົນ ຜູ້​ເຖົ້າ​ແກ່​ພະຍາຍາມ​ຮູ້ຈັກ​ກັບ​ສະມາຊິກ​ໝົດ​ທຸກ​ຄົນ​ຂອງ​ປະຊາຄົມ​ເປັນ​ສ່ວນ​ບຸກຄົນ.—ສຸພາສິດ 27:23

ເຂົາ​ເຈົ້າ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ໃນ​ທຸກ ໆ ອາທິດ​ຜູ້​ເຖົ້າ​ແກ່​ຮັບ​ຜິດ​ຊອບ​ການ​ປະຊຸມ​ຕ່າງ ໆ ປະຈຳ​ປະຊາຄົມ​ເພື່ອ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ. (ກິດຈະການ 15:32) ນອກ​ຈາກ​ນັ້ນ ຊາຍ​ທີ່​ອຸທິດ​ຕົວ​ເຫຼົ່າ​ນີ້​ຍັງ​ນຳ​ໜ້າ​ໃນ​ວຽກ​ງານ​ການ​ສອນ ໄປ​ປະກາດ​ກັບ​ພວກ​ເຮົາ ແລະ​ຝຶກ​ສອນ​ພວກ​ເຮົາ​ໃນ​ວິທີ​ຕ່າງ ໆ ກ່ຽວ​ກັບ​ວຽກ​ງານ​ຮັບໃຊ້.

ເຂົາ​ເຈົ້າ​ໃຫ້​ການ​ໜູນ​ໃຈ​ເຮົາ​ເປັນ​ສ່ວນ​ຕົວ. ເພື່ອ​ຊ່ວຍ​ເຮົາ​ໃຫ້​ເສີມ​ສ້າງ​ສາຍ​ສຳພັນ​ທີ່​ເປັນ​ສ່ວນ​ຕົວ​ກັບ​ພະ​ເຢໂຫວາ ຜູ້​ເຖົ້າ​ແກ່​ທີ່​ຢູ່​ໃນ​ທ້ອງຖິ່ນ​ຂອງ​ເຮົາ​ອາດ​ໄປ​ຢາມ​ເຮົາ​ຢູ່​ເຮືອນ​ຫຼື​ເວົ້າ​ລົມ​ກັບ​ເຮົາ​ຢູ່​ຫໍ​ປະຊຸມ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແລະ​ການ​ປອບ​ໂຍນ​ຈາກ​ພະ​ຄຳພີ.—ຢາໂກໂບ 5:14, 15

ນອກ​ເໜືອ​ຈາກ​ວຽກ​ຢູ່​ໃນ​ປະຊາຄົມ​ແລ້ວ ຜູ້​ເຖົ້າ​ແກ່​ສ່ວນ​ຫຼາຍ​ຍັງ​ມີ​ວຽກ​ອາຊີບ​ແລະ​ຄວາມ​ຮັບ​ຜິດ​ຊອບ​ທາງ​ດ້ານ​ຄອບຄົວ​ເຊິ່ງ​ຮຽກ​ຮ້ອງ​ເວລາ​ແລະ​ຄວາມ​ເອົາໃຈໃສ່​ຈາກ​ເຂົາ​ເຈົ້າ. ພວກ​ເຮົາ​ຄວນ​ຈະ​ນັບຖື​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ທີ່​ເຮັດ​ວຽກ​ໜັກ.—1 ເທຊະໂລນີກ 5:12, 13

  • ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ມີ​ໜ້າ​ທີ່​ຫຍັງ​ແດ່?

  • ຜູ້​ເຖົ້າ​ແກ່​ສະແດງ​ຄວາມ​ສົນ​ໃຈ​ເປັນ​ສ່ວນ​ຕົວ​ຕໍ່​ເຮົາ​ໂດຍ​ວິທີ​ໃດ​ແດ່?