ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສອງ

ຄຳພີໄບເບິນ—ປຶ້ມທີ່ມາຈາກພະເຈົ້າ

ຄຳພີໄບເບິນ—ປຶ້ມທີ່ມາຈາກພະເຈົ້າ
  • ຄຳພີໄບເບິນຕ່າງຈາກປຶ້ມອື່ນໃນແງ່ໃດ?

  • ຄຳພີໄບເບິນຊ່ວຍເຮົາໃຫ້ຮັບມືກັບບັນຫາສ່ວນຕົວໄດ້ຄືແນວໃດ?

  • ເປັນຫຍັງເຮົາຈຶ່ງສາມາດໄວ້ວາງໃຈຄຳພະຍາກອນຕ່າງໆ ທີ່ບັນທຶກໄວ້ໃນຄຳພີໄບເບິນ?

1, 2. ໃນແງ່ໃດທີ່ຄຳພີໄບເບິນເປັນຂອງຂວັນທີ່ເຮັດໃຫ້ຕື່ນເຕັ້ນຍິນດີເຊິ່ງມາຈາກພະເຈົ້າ?

ເຈົ້າຈື່ຕອນທີ່ໄດ້ຮັບຂອງຂວັນທີ່ພິເສດຈາກຫມູ່ທີ່ຮັກແພງໄດ້ບໍ? ການໄດ້ຮັບຂອງຂວັນນັ້ນບໍ່ພຽງແຕ່ເຮັດໃຫ້ຕື່ນເຕັ້ນ ແຕ່ວ່າຍັງເຮັດໃຫ້ຮູ້ສຶກເບີກບານໃຈນຳອີກ. ທີ່ຈິງແລ້ວ ຂອງຂວັນບອກບາງຢ່າງກ່ຽວກັບຜູ້ໃຫ້ ນັ້ນແມ່ນລາວຖືວ່າການເປັນຫມູ່ກັບເຈົ້າເປັນສິ່ງທີ່ມີຄ່າ. ແນ່ນອນ ເຈົ້າໄດ້ສະແດງຄວາມຂອບໃຈຕໍ່ຫມູ່ຜູ້ນີ້ສຳລັບຂອງຂວັນທີ່ລາວໄດ້ເລືອກຢ່າງດີແລ້ວ.

2 ຄຳພີໄບເບິນແມ່ນຂອງຂວັນຈາກພະເຈົ້າ ເຊິ່ງເປັນສິ່ງທີ່ເຮົາຄວນຈະຮູ້ສຶກຂອບໃຈແທ້ໆ. ບໍ່ມີປຶ້ມໃດທຽບໄດ້ ເພາະປຶ້ມນີ້ໄດ້ເປີດເຜີຍສິ່ງຕ່າງໆທີ່ເຮົາບໍ່ມີທາງຮັບຮູ້ໄດ້ຈາກແຫຼ່ງອື່ນ. ຕົວຢ່າງ ຄຳພີໄບເບິນບອກເຮົາກ່ຽວກັບການສ້າງທ້ອງຟ້າທີ່ມີດວງດາວ ແຜ່ນດິນໂລກ ແລະຊາຍຍິງຄູ່ທຳອິດ. ຄຳພີໄບເບິນຍັງມີຫຼັກການຕ່າງໆທີ່ເຊື່ອຖືໄດ້ເພື່ອຊ່ວຍເຮົາຮັບມືກັບບັນຫາແລະຄວາມກັງວົນຕ່າງໆໃນຊີວິດ. ຄຳພີໄບເບິນອະທິບາຍເຖິງວິທີທີ່ພະເຈົ້າຈະເຮັດໃຫ້ໃຈປະສົງຂອງພະອົງສຳເລັດ ແລະຈະເຮັດໃຫ້ມີສະພາບການຕ່າງໆທີ່ຢູ່ເທິງແຜ່ນດິນໂລກດີກວ່ານີ້. ຄຳພີໄບເບິນເປັນຂອງຂວັນທີ່ເຮັດໃຫ້ຜູ້ໄດ້ຮັບຮູ້ສຶກຕື່ນເຕັ້ນຍິນດີແທ້ໆ!

3. ການທີ່ພະເຢໂຫວາຈັດຕຽມໃຫ້ມີຄຳພີໄບເບິນໄດ້ບອກເຮົາເຖິງຄວາມຈິງອັນໃດກ່ຽວກັບພະອົງ ແລະເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ຮູ້ສຶກອົບອຸ່ນໃຈ?

3 ຄຳພີໄບເບິນຍັງເປັນຂອງຂວັນທີ່ເຮັດໃຫ້ຮູ້ສຶກອົບອຸ່ນໃຈ ເພາະຄຳພີໄບເບິນບອກບາງຢ່າງກ່ຽວກັບຜູ້ໃຫ້ເຊິ່ງກໍຄືພະເຢໂຫວາພະເຈົ້າ. ຄວາມຈິງທີ່ວ່າພະອົງຈັດຕຽມປຶ້ມແບບນີ້ໄວ້ ກໍເປັນຫຼັກຖານທີ່ພິສູດວ່າພະອົງຢາກໃຫ້ເຮົາຮູ້ຈັກພະອົງຫຼາຍຂຶ້ນ. ແນ່ນອນ ຄຳພີໄບເບິນສາມາດຊ່ວຍເຮົາໃຫ້ເຂົ້າມາໃກ້ພະເຢໂຫວາ.

4. ກ່ຽວກັບການແຈກຢາຍຄຳພີໄບເບິນມີສິ່ງໃດທີ່ປະທັບໃຈເຈົ້າ?

4 ຖ້າເຈົ້າມີຄຳພີໄບເບິນກໍບໍ່ແມ່ນເລື່ອງແປກ. ມີການພິມຄຳພີໄບເບິນໝົດຫົວຫຼືບາງສ່ວນອອກເປັນຫຼາຍກວ່າ 2.300 ພາສາ ດັ່ງນັ້ນປະຊາກອນຂອງໂລກຫຼາຍກວ່າ 90 ສ່ວນຮ້ອຍຈຶ່ງຊອກອ່ານຄຳພີໄບເບິນໄດ້. ໂດຍສະເລ່ຍແລ້ວໃນແຕ່ລະອາທິດມີການແຈກຢາຍຄຳພີໄບເບິນຫຼາຍກວ່າໜຶ່ງລ້ານຫົວ! ມີການພິມຄຳພີໄບເບິນໝົດຫົວຫຼືບາງສ່ວນເປັນຈຳນວນຫຼາຍຕື້ຫົວ. ແນ່ນອນ ບໍ່ມີປຶ້ມໃດທີ່ຄືກັບຄຳພີໄບເບິນ.

“ພະຄຳພີບໍລິສຸດສະບັບແປໂລກໃໝ່” ມີໃນຫຼາຍພາສາ

5. ໂດຍວິທີໃດທີ່ຄຳພີໄບເບິນ “ເປັນດ້ວຍພະວິນຍານຂອງພະເຈົ້າ”?

5 ຍິ່ງກວ່ານັ້ນ ຄຳພີໄບເບິນ “ເປັນດ້ວຍພະວິນຍານຂອງພະເຈົ້າ.” (2 ຕີໂມເຕ 3:16) ໂດຍວິທີໃດ? ຄຳພີໄບເບິນເອງຕອບວ່າ “ຄົນບໍລິສຸດທັງຫຼາຍຂອງພະເຈົ້າໄດ້ກ່າວແລ້ວຕາມພະວິນຍານບໍລິສຸດໄດ້ກະທຳໃຫ້ເຂົາກ່າວນັ້ນ.” (2 ເປໂຕ 1:21) ເພື່ອເປັນຕົວຢ່າງ ນັກທຸລະກິດໃຫ້ເລຂາຂຽນຈົດໝາຍໃຫ້. ຄວາມຄິດແລະຄຳແນະນຳໃນຈົດໝາຍນັ້ນລ້ວນແຕ່ເປັນຂອງນັກທຸລະກິດ. ດັ່ງນັ້ນ ຈົດໝາຍນີ້ຈຶ່ງແມ່ນຂອງນັກທຸລະກິດແທ້ໆບໍ່ແມ່ນຂອງເລຂາ. ໃນວິທີທີ່ຄ້າຍກັນ ຄຳພີໄບເບິນມີຂ່າວສານຂອງພະເຈົ້າ ບໍ່ແມ່ນຂອງມະນຸດຜູ້ທີ່ຂຽນຄຳພີໄບເບິນ. ດ້ວຍເຫດນີ້ຄຳພີໄບເບິນໝົດຫົວຈຶ່ງແມ່ນ “ພະຄຳແຫ່ງພະເຈົ້າ.”—1 ເທຊະໂລນີກ 2:13.

ສອດຄ່ອງກັນແລະຖືກຕ້ອງ

6, 7. ເປັນຫຍັງຄວາມສອດຄ່ອງກັນຂອງຂໍ້ມູນພາຍໃນຄຳພີໄບເບິນຈຶ່ງເປັນຕາປະທັບໃຈເປັນພິເສດ?

6 ຄຳພີໄບເບິນຂຽນໃນໄລຍະເວລາດົນກວ່າ 1.600 ປີ. ຜູ້ຂຽນມີຊີວິດຢູ່ໃນໄລຍະເວລາທີ່ແຕກຕ່າງກັນແລະມາຈາກພູມຫຼັງທາງດ້ານສັງຄົມແລະເສດຖະກິດທີ່ຕ່າງກັນ. ບາງຄົນເປັນຊາວໄຮ່ຊາວນາ ບາງຄົນເປັນຄົນຫາປາ ແລະບາງຄົນເປັນຜູ້ລ້ຽງແກະ. ມີຄົນອື່ນອີກເປັນຜູ້ພະຍາກອນ ເປັນຜູ້ຕັດສິນ ແລະເປັນກະສັດ. ລືກາຜູ້ຂຽນພະທຳກິດຕິຄຸນເປັນທ່ານໝໍ. ເຖິງແມ່ນວ່າຜູ້ຂຽນມີພູມຫຼັງທີ່ແຕກຕ່າງກັນ ແຕ່ຄຳພີໄບເບິນມີຄວາມສອດຄ່ອງກັນຕັ້ງແຕ່ຕົ້ນຈົນຈົບ. *

7 ພະທຳທຳອິດຂອງຄຳພີໄບເບິນບອກເຮົາວ່າບັນຫາຂອງມະນຸດຊາດໄດ້ເກີດຂຶ້ນແນວໃດ. ພະທຳສຸດທ້າຍບອກໃຫ້ຮູ້ວ່າແຜ່ນດິນໂລກທັງໝົດຈະກາຍເປັນອຸທິຍານຫຼືສວນ. ເນື້ອໃນທັງໝົດຂອງຄຳພີໄບເບິນກວມເອົາປະຫວັດສາດຫຼາຍພັນປີ ແລະຍັງມີສ່ວນທີ່ຊ່ວຍເຮົາບໍ່ທາງໃດກໍທາງໜຶ່ງໃຫ້ເຂົ້າໃຈກ່ຽວກັບວິທີທີ່ໃຈປະສົງຂອງພະເຈົ້າຈະສຳເລັດເປັນຈິງ. ຄວາມສອດຄ່ອງກັນຂອງຄຳພີໄບເບິນເປັນຕາປະທັບໃຈ ແຕ່ນີ້ກໍເປັນສິ່ງທີ່ເຮົາຄາດຫວັງຈາກປຶ້ມທີ່ມາຈາກພະເຈົ້າ.

8. ຈົ່ງຍົກຕົວຢ່າງທີ່ສະແດງໃຫ້ເຫັນວ່າຄຳພີໄບເບິນມີຄວາມຖືກຕ້ອງທາງວິທະຍາສາດ.

8 ຄຳພີໄບເບິນຖືກຕ້ອງທາງວິທະຍາສາດ ແມ່ນກະທັ່ງມີຂໍ້ມູນທີ່ທັນສະໄໝ. ຕົວຢ່າງ ພະທຳພວກເລວີ ມີກົດໝາຍສຳລັບຊາດອິດສະລາແອນບູຮານກ່ຽວກັບການກັກໂຕຜູ້ທີ່ເປັນພະຍາດແລະເລື່ອງສຸຂະອະນາໄມ ໃນຂະນະທີ່ຊາດຕ່າງໆທີ່ຢູ່ອ້ອມແອ້ມບໍ່ຮູ້ຫຍັງກ່ຽວກັບເລື່ອງແບບນີ້. ເມື່ອມີແນວຄິດທີ່ບໍ່ຖືກຕ້ອງກ່ຽວກັບຮູບຊົງຂອງໜ່ວຍໂລກ ຄຳພີໄບເບິນບອກວ່າໜ່ວຍໂລກເປັນຮູບວົງມົນຫຼືໜ່ວຍກົມ. (ເອຊາອີ 40:22) ຄຳພີໄບເບິນບອກຢ່າງຖືກຕ້ອງວ່າໜ່ວຍໂລກຖືກ ‘ຫ້ອຍໄວ້ບ່ອນເປົ່າ.’ (ໂຢບ 26:7) ແນ່ນອນ ຄຳພີໄບເບິນບໍ່ແມ່ນຕຳລາວິທະຍາສາດ ແຕ່ເມື່ອກ່າວເຖິງເລື່ອງວິທະຍາສາດ ພັດຖືກຕ້ອງແມ່ນຢຳ. ນີ້ແມ່ນສິ່ງທີ່ເຮົາຄາດໝາຍຈາກປຶ້ມທີ່ມາຈາກພະເຈົ້າບໍ່ແມ່ນບໍ?

9. (ກ) ຄຳພີໄບເບິນສະແດງໃຫ້ເຫັນໃນໂຕວ່າຖືກຕ້ອງທາງປະຫວັດສາດແລະເຊື່ອຖືໄດ້ໃນແງ່ໃດແດ່? (ຂ) ຄວາມສັດຊື່ຂອງຜູ້ຂຽນຄຳພີໄບເບິນບອກເຮົາໃຫ້ຮູ້ອັນໃດ?

9 ຄຳພີໄບເບິນຍັງຖືກຕ້ອງທາງປະຫວັດສາດແລະເຊື່ອຖືໄດ້. ບັນທຶກຕ່າງໆຂອງຄຳພີໄບເບິນລາຍງານແບບສະເພາະເຈາະຈົງ. ບັນທຶກເຫຼົ່ານັ້ນບໍ່ພຽງບອກລາຍຊື່ຂອງບຸກຄົນ ແຕ່ຍັງບອກເຊື້ອວົງຕະກູນຂອງບຸກຄົນນັ້ນນຳອີກ. * ກົງກັນຂ້າມກັບນັກປະຫວັດສາດຝ່າຍໂລກທີ່ບໍ່ຄ່ອຍກ່າວເຖິງຄວາມປະລາໄຊຂອງຊາດຕົນ ຜູ້ຂຽນຄຳພີໄບເບິນພັດສັດຊື່ຈົນກະທັ່ງວ່າໄດ້ບັນທຶກຄວາມຫຼົມແຫຼວຕ່າງໆຂອງຕົນເອງແລະຂອງຊາດຕົນເອງອີກ. ຕົວຢ່າງ ໂມເຊຜູ້ຂຽນພະທຳຈົດເຊັນບັນຊີໃນຄຳພີໄບເບິນຍອມຮັບຄວາມຜິດທີ່ຮ້າຍແຮງຂອງຕົນຈົນລາວຖືກຕຳໜິຢ່າງແຮງ. (ຈົດເຊັນບັນຊີ 20:2-12) ຄວາມສັດຊື່ແບບນັ້ນຫາຍາກຫຼາຍໃນບັນທຶກອື່ນໆທາງປະຫວັດສາດ ແຕ່ພັດພົບຢູ່ໃນຄຳພີໄບເບິນເພາະວ່າແມ່ນປຶ້ມທີ່ມາຈາກພະເຈົ້າ.

ເປັນປຶ້ມທີ່ປະກອບດ້ວຍສະຕິປັນຍາເຊິ່ງໃຊ້ການໄດ້

10. ເປັນຫຍັງຈຶ່ງບໍ່ໜ້າແປກໃຈທີ່ຄຳພີໄບເບິນເປັນປຶ້ມທີ່ໃຊ້ການໄດ້?

10 ເນື່ອງຈາກຄຳພີໄບເບິນໄດ້ຮັບການດົນບັນດານຈາກພະເຈົ້າ ປຶ້ມນີ້ຈຶ່ງ “ເປັນປະໂຫຍດສຳລັບສັ່ງສອນກໍດີ ສຳລັບໃຫ້ຮູ້ແຈ້ງກໍດີ ສຳລັບຕີສອນກໍດີ.” (2 ຕີໂມເຕ 3:16) ແມ່ນແລ້ວ ຄຳພີໄບເບິນເປັນປຶ້ມທີ່ໃຊ້ການໄດ້. ປຶ້ມນີ້ສະທ້ອນເຖິງຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບທຳມະຊາດຂອງມະນຸດ. ເນື່ອງຈາກພະເຢໂຫວາພະເຈົ້າຜູ້ແຕ່ງຄຳພີໄບເບິນເປັນຜູ້ສ້າງຈຶ່ງບໍ່ໜ້າແປກໃຈທີ່ປຶ້ມນີ້ເປັນແບບນັ້ນ! ພະອົງເຂົ້າໃຈຄວາມຄິດແລະອາລົມຄວາມຮູ້ສຶກຂອງເຮົາດີກວ່າເຮົາເອງ. ນອກຈາກນັ້ນ ພະເຢໂຫວາຮູ້ວ່າເຮົາຈຳເປັນຕ້ອງມີສິ່ງໃດເພື່ອຈະມີຄວາມສຸກ. ພະອົງຍັງຮູ້ອີກວ່າເສັ້ນທາງຊີວິດແບບໃດທີ່ເຮົາຄວນຫຼີກລ່ຽງ.

11, 12. (ກ) ໃນຄຳເທດເທິງພູເຂົາ ພະເຍຊູກ່າວເຖິງເລື່ອງໃດແດ່? (ຂ) ຄຳພີໄບເບິນຍັງກ່າວເຖິງເລື່ອງໃດອີກທີ່ໃຊ້ການໄດ້ແທ້ ແລະເປັນຫຍັງຄຳແນະນຳໃນນັ້ນຈຶ່ງໃຊ້ໄດ້ກັບທຸກສະໄໝ?

11 ຂໍໃຫ້ພິຈາລະນາຄຳກ່າວຂອງພະເຍຊູທີ່ເອີ້ນວ່າຄຳເທດເທິງພູເຂົາເຊິ່ງບັນທຶກໄວ້ໃນພະທຳມັດທາຍບົດທີ 5 ເຖິງບົດທີ 7. ໃນຄຳກ່າວທີ່ເປັນຜົນງານຊີ້ນເອກຂອງການສອນ ພະເຍຊູກ່າວເຖິງຫຼາຍເລື່ອງ ເຊິ່ງລວມເຖິງວິທີທີ່ຈະພົບຄວາມສຸກແທ້ ວິທີຈັດການກັບຄວາມຂັດແຍ່ງ ວິທີອະທິດຖານ ແລະວິທີທີ່ຈະມີທັດສະນະທີ່ເໝາະສົມກ່ຽວກັບສິ່ງຝ່າຍວັດຖຸ. ໃນທຸກມື້ນີ້ ຖ້ອຍຄຳຂອງພະອົງຍັງມີພະລັງແລະໃຊ້ການໄດ້ຄືກັບຕອນທີ່ພະອົງກ່າວ.

12 ຫຼັກການບາງຢ່າງຂອງຄຳພີໄບເບິນແມ່ນກ່ຽວຂ້ອງກັບຄອບຄົວ ນິດໄສການເຮັດວຽກ ແລະການພົວພັນກັບຄົນອື່ນ. ຫຼັກການຂອງຄຳພີໄບເບິນໃຊ້ໄດ້ກັບໝົດທຸກຄົນ ແລະຄຳແນະນຳໃນນັ້ນກໍເປັນປະໂຫຍດສະເໝີ. ສະຕິປັນຍາທີ່ພົບໃນຄຳພີໄບເບິນກ່າວສະຫລຸບຖ້ອຍຄຳຂອງພະເຈົ້າຜ່ານທາງຜູ້ພະຍາກອນເອຊາອີວ່າ “ເຮົາແມ່ນພະເຢໂຫວາພະເຈົ້າຂອງເຈົ້າ ຜູ້ສັ່ງສອນເຈົ້າສຳລັບປະໂຫຍດແກ່ເຈົ້າ.”—ເອຊາອີ 48:17.

ເປັນປຶ້ມທີ່ປະກອບດ້ວຍຄຳພະຍາກອນ

ເອຊາອີຜູ້ຂຽນຄຳພີໄບເບິນບອກລ່ວງໜ້າກ່ຽວກັບການຫຼົ້ມຈົມຂອງເມືອງບາບີໂລນ

13. ພະເຢໂຫວາດົນໃຈໃຫ້ຜູ້ພະຍາກອນເອຊາອີບັນທຶກລາຍລະອຽດໃດເລື່ອງເມືອງບາບີໂລນ?

13 ຄຳພີໄບເບິນມີຄຳພະຍາກອນມາກມາຍ ເຊິ່ງຫຼາຍຂໍ້ກໍໄດ້ສຳເລັດເປັນຈິງແລ້ວ. ຂໍໃຫ້ພິຈາລະນາຕົວຢ່າງໜຶ່ງ. ພະເຢໂຫວາໄດ້ບອກລ່ວງໜ້າໂດຍຜ່ານທາງຜູ້ພະຍາກອນເອຊາອີເຊິ່ງມີຊີວິດຢູ່ໃນສະຕະວັດທີແປດກ່ອນ ສ.ສ. ວ່າເມືອງບາບີໂລນຈະຖືກທຳລາຍ. (ເອຊາອີ 13:19; 14:22, 23) ມີການໃຫ້ລາຍລະອຽດຕ່າງໆຢ່າງຄັກແນ່ວ່າເມືອງນີ້ຈະຖືກພິຊິດແນວໃດ. ກອງທະຫານທີ່ບຸກໂຈມຕີຈະເຮັດໃຫ້ແມ່ນໍ້າຂອງບາບີໂລນແຫ້ງ ແລ້ວຈະເຂົ້າໄປໃນເມືອງໂດຍບໍ່ມີການຕໍ່ສູ້. ບໍ່ພຽງແຕ່ເທົ່ານັ້ນ ຄຳພະຍາກອນຂອງເອຊາອີຍັງໄດ້ບອກຊື່ກະສັດທີ່ຈະເປັນຜູ້ພິຊິດບາບີໂລນ ຜູ້ນັ້ນຊື່ຊີຣຶຊ.—ເອຊາອີ 44:27–45:2.

14, 15. ລາຍລະອຽດບາງຢ່າງໃນຄຳພະຍາກອນຂອງເອຊາອີກ່ຽວກັບເມືອງບາບີໂລນໄດ້ສຳເລັດເປັນຈິງຄືແນວໃດ?

14 ປະມານ 200 ປີຕໍ່ມາ ໃນຄືນຂອງວັນທີ 5 ຫາວັນທີ 6 ເດືອນຕຸລາ ປີ 539 ກ່ອນ ສ.ສ. ມີກອງທະຫານກອງໜຶ່ງມາຕັ້ງຄ້າຍໃກ້ກັບເມືອງບາບີໂລນ. ໃຜເປັນຜູ້ບັນຊາການ? ກະສັດເປເຣເຊ (ເປີເຊຍ) ຊື່ວ່າຊີຣຶຊ. ວິທີນີ້ເປັນການກຽມທາງໄວ້ສຳລັບຄວາມສຳເລັດເປັນຈິງຂອງຄຳພະຍາກອນທີ່ໜ້າງຶດງໍ້ນີ້. ແຕ່ວ່າກອງທະຫານຂອງຊີຣຶຊຈະບຸກໂຈມຕີເມືອງບາບີໂລນໂດຍບໍ່ມີການຕໍ່ສູ້ຕາມທີ່ບອກໄວ້ບໍ?

15 ຊາວບາບີໂລນຈັດງານລ້ຽງໃຫຍ່ໃນຄືນມື້ນັ້ນ ແລະເຂົາເຈົ້າຮູ້ສຶກວ່າຕົນເອງປອດໄພເນື່ອງຈາກມີກຳແພງເມືອງໃຫຍ່ທີ່ແໜ້ນໜາ. ໃນລະຫວ່າງງານລ້ຽງ ດ້ວຍຄວາມມີໄຫວພິບຊີຣຶຊໄດ້ປ່ຽນເສັ້ນທາງຂອງແມ່ນໍ້າທີ່ໄຫຼຜ່ານເມືອງນັ້ນ. ບໍ່ດົນນໍ້າກໍຕື້ນຈົນລູກນ້ອງຂອງຊີຣຶຊລຸຍຂ້າມໄດ້ແລະໄປຮອດກຳແພງເມືອງ. ແຕ່ກອງທະຫານຂອງຊີຣຶຊຈະຜ່ານກຳແພງເມືອງຂອງບາບີໂລນເຂົ້າໄປໄດ້ແນວໃດ? ດ້ວຍເຫດໃດກໍບໍ່ຮູ້ ໃນຄືນມື້ນັ້ນປະຕູທາງເຂົ້າໄປໃນເມືອງຖືກເປີດປະໄວ້ຢ່າງບໍ່ໃສ່ໃຈ!

16. (ກ) ເອຊາອີບອກລ່ວງໜ້າໄວ້ແນວໃດກ່ຽວກັບບັ້ນປາຍຂອງເມືອງບາບີໂລນ? (ຂ) ຄຳພະຍາກອນຂອງເອຊາອີກ່ຽວກັບຄວາມຮ້າງເປົ່າຂອງເມືອງບາບີໂລນໄດ້ສຳເລັດເປັນຈິງຄືແນວໃດ?

16 ມີການບອກລ່ວງໜ້າກ່ຽວກັບເມືອງບາບີໂລນວ່າ “ເມືອງນັ້ນຈະບໍ່ມີຊາວຊົນຈັກເທື່ອແລະເຂົາຈະບໍ່ຕັ້ງຢູ່ທີ່ນັ້ນແຕ່ຊົ່ວອາຍຸນີ້ສືບໄປຊົ່ວອາຍຸນັ້ນ ແລະຊາວອາຣາບຈະບໍ່ປັກທັບອາໄສໄວ້ທີ່ນັ້ນ ແລະພວກຜູ້ລ້ຽງແກະຈະບໍ່ໃຫ້ຝູງສັດຂອງເຂົາໄປນອນໃນທີ່ນັ້ນ.” (ເອຊາອີ 13:20) ຄຳພະຍາກອນນີ້ບໍ່ພຽງແຕ່ບອກເຖິງການຫຼົ້ມຈົມຂອງເມືອງນີ້ເທົ່ານັ້ນ ແຕ່ຄຳພະຍາກອນນີ້ສະແດງໃຫ້ເຫັນວ່າເມືອງບາບີໂລນຈະຮ້າງເປົ່າຕະຫຼອດໄປ. ເຮົາສາມາດພົບເຫັນຫຼັກຖານກ່ຽວກັບຄວາມສຳເລັດເປັນຈິງຂອງຖ້ອຍຄຳເຫຼົ່ານີ້. ຫ່າງຈາກເມືອງແບກແດດໃນປະເທດອິລັກໄປທາງໃຕ້ປະມານ 80 ກິໂລແມັດ ເປັນບໍລິເວນທີ່ຕັ້ງຂອງເມືອງບາບີໂລນບູຮານເຊິ່ງປັດຈຸບັນນີ້ບໍ່ມີຄົນອາໄສຢູ່ ເລື່ອງນີ້ເປັນຫຼັກຖານທີ່ພິສູດວ່າສິ່ງທີ່ພະເຢໂຫວາກ່າວຜ່ານທາງເອຊາອີໄດ້ສຳເລັດເປັນຈິງທີ່ວ່າ “ເຮົາຈະເອົາຕາດ (ໄມ້ກວາດ) ແຫ່ງຄວາມຈິບຫາຍປັດເມືອງນັ້ນໄປ.”—ເອຊາອີ 14:22, 23. *

17. ຄວາມສຳເລັດເປັນຈິງຂອງຄຳພະຍາກອນໃນຄຳພີໄບເບິນຕື່ມຄວາມເຊື່ອໃຫ້ເຂັ້ມແຂງຂຶ້ນແນວໃດ?

17 ການພິຈາລະນາເຫດຜົນຕ່າງໆທີ່ວ່າຄຳພີໄບເບິນເປັນປຶ້ມທີ່ປະກອບດ້ວຍຄຳພະຍາກອນທີ່ເຊື່ອຖືໄດ້ຈຶ່ງເສີມຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຂຶ້ນບໍ່ແມ່ນບໍ? ແທ້ຈິງແລ້ວ ຖ້າພະເຢໂຫວາພະເຈົ້າເຮັດໃຫ້ຄຳສັນຍາຕ່າງໆຂອງພະອົງໃນອະດີດສຳເລັດເປັນຈິງ ເຮົາກໍມີເຫດຜົນທຸກຢ່າງທີ່ຈະໝັ້ນໃຈວ່າພະອົງຈະເຮັດໃຫ້ຄຳສັນຍາເລື່ອງອຸທິຍານທີ່ຢູ່ເທິງແຜ່ນດິນໂລກສຳເລັດເປັນຈິງຄືກັນ. (ຈົດເຊັນບັນຊີ 23:19) ແມ່ນແລ້ວ ເຮົາມີ “ຄວາມໄວ້ໃຈແຫ່ງຊີວິດອັນຕະຫຼອດໄປເປັນນິດທີ່ພະເຈົ້າຜູ້ເວົ້າຄຳຕົວະບໍ່ໄດ້ ໄດ້ປະຕິຍານໄວ້ກ່ອນເວລາຄາວທັງຫຼາຍ.”—ຕິໂຕ 1:2. *

“ພະຄຳຂອງພະເຈົ້າປະກອບດ້ວຍຊີວິດ”

18. ກ່ຽວກັບ “ພະຄຳຂອງພະເຈົ້າ” ອັກຄະສາວົກໂປໂລຜູ້ເປັນຄລິດສະຕຽນໄດ້ກ່າວແນວໃດເຊິ່ງຖືວ່າເປັນຖ້ອຍຄຳທີ່ມີພະລັງ?

18 ຈາກເລື່ອງທີ່ເຮົາໄດ້ພິຈາລະນາໃນບົດນີ້ ຈຶ່ງເຫັນແຈ້ງແລ້ວວ່າຄຳພີໄບເບິນເປັນປຶ້ມທີ່ບໍ່ມີປຶ້ມໃດທຽບໄດ້ແທ້ໆ. ເຖິງແນວນັ້ນກໍຕາມ ຄຸນຄ່າແທ້ໆຂອງຄຳພີໄບເບິນບໍ່ແມ່ນວ່າຍ້ອນຄວາມສອດຄ່ອງກັນທາງດ້ານເນື້ອໃນ ຄວາມຖືກຕ້ອງທາງວິທະຍາສາດແລະປະຫວັດສາດ ປະກອບດ້ວຍສະຕິປັນຍາທີ່ໃຊ້ການໄດ້ ແລະປະກອບດ້ວຍຄຳພະຍາກອນທີ່ເຊື່ອຖືໄດ້. ອັກຄະສາວົກໂປໂລທີ່ເປັນຄລິດສະຕຽນຂຽນວ່າ “ພະຄຳຂອງພະເຈົ້າປະກອບດ້ວຍຊີວິດແລະດ້ວຍລິດເດດ ແລະເຂົ້າງ່າຍກວ່າດາບທີ່ມີຄົມ 2 ເບື້ອງທຸກດວງ ແລະແທງຈົນເຖິງຫວ່າງກາງຈິດໃຈກັບວິນຍານ ທັງຂໍ້ກະດູກແລະນໍ້າມັນໃນກະດູກແຍກຈາກກັນ ແລະເປັນທີ່ຫຼິງເຫັນຄວາມຄຶດແລະຄວາມໝາຍໃນໃຈ.”—ເຫບເລີ 4:12.

ຊາກຫັກເປ່ເພພັງຂອງເມືອງບາບີໂລນ

19, 20. (ກ) ຄຳພີໄບເບິນສາມາດຊ່ວຍເຈົ້າແນວໃດໃຫ້ກວດກາເບິ່ງຕົວເອງ? (ຂ) ເຈົ້າຈະສະແດງຄວາມຮູ້ຄຸນຄ່າແນວໃດຕໍ່ຄຳພີໄບເບິນເຊິ່ງເປັນຂອງຂວັນທີ່ມາຈາກພະເຈົ້າທີ່ບໍ່ມີສິ່ງໃດທຽບໄດ້?

19 ການອ່ານ “ພະຄຳ” ຫຼືຂ່າວສານຂອງພະເຈົ້າໃນຄຳພີໄບເບິນສາມາດປ່ຽນແປງຊີວິດຂອງເຮົາ. ພະຄຳນີ້ສາມາດຊ່ວຍເຮົາໃຫ້ກວດກາເບິ່ງຕົວເອງໃໝ່ດັ່ງທີ່ບໍ່ເຄີຍເຮັດຜ່ານມາ. ເຮົາອາດເວົ້າວ່າຮັກພະເຈົ້າ ແຕ່ການຕອບສະໜອງຂອງເຮົາຕໍ່ຄຳສອນຕ່າງໆຂອງຄຳພີໄບເບິນພະຄຳຂອງພະອົງຈະເປີດເຜີຍໃຫ້ເຫັນຄວາມຄິດທີ່ແທ້ຈິງຂອງເຮົາ ແມ່ນກະທັ່ງເປີດເຜີຍຄວາມປາຖະໜາທີ່ແທ້ຈິງໃນຫົວໃຈ.

20 ຄຳພີໄບເບິນແມ່ນປຶ້ມທີ່ມາຈາກພະເຈົ້າແທ້ໆ. ຄຳພີໄບເບິນເປັນປຶ້ມທີ່ຄວນອ່ານ ຄວນສຶກສາຄົ້ນຄວ້າ ແລະຄວນຖືວ່າມີຄຸນຄ່າ. ຂໍໃຫ້ເຮົາສະແດງຄວາມຮູ້ຄຸນຄ່າຕໍ່ຂອງຂວັນນີ້ທີ່ມາຈາກພະເຈົ້າໂດຍການພິຈາລະນາເບິ່ງເນື້ອໃນຂອງຄຳພີໄບເບິນຕໍ່ໆໄປ. ໃນຂະນະທີ່ເຮັດແບບນີ້ ເຈົ້າຈະມີຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບໃຈປະສົງຂອງພະເຈົ້າທີ່ມີຕໍ່ມະນຸດ. ໃນບົດຕໍ່ໄປຈະມີການພິຈາລະນາວ່າໃຈປະສົງນັ້ນແມ່ນຫຍັງແລະໃຈປະສົງນັ້ນຈະເປັນຈິງແນວໃດ.

^ ຂໍ້ 6 ເຖິງແມ່ນບາງຄົນເວົ້າວ່າບາງສ່ວນຂອງຄຳພີໄບເບິນຂັດກັບສ່ວນອື່ນໆແຕ່ການອ້າງແບບນັ້ນບໍ່ມີມູນຄວາມຈິງ. ຂໍໃຫ້ເບິ່ງໃນບົດທີ 7 ຂອງປຶ້ມຄຳພີໄບເບິນ—ພະຄຳຂອງພະເຈົ້າຫຼືຂອງມະນຸດ? (ພາສາອັງກິດ) ຈັດພິມໂດຍພະຍານພະເຢໂຫວາ.

^ ຂໍ້ 9 ເພື່ອເປັນຕົວຢ່າງ ຂໍໃຫ້ເບິ່ງບັນທຶກລາຍລະອຽດກ່ຽວກັບເຊື້ອວົງຕະກູນຂອງພະເຍຊູທີ່ຢູ່ໃນລືກາ 3:23-28.

^ ຂໍ້ 16 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຄຳພະຍາກອນໃນຄຳພີໄບເບິນ ຂໍໃຫ້ເບິ່ງຈຸນລະສານໜັງສືສຳລັບທຸກຄົນ (ພາສາໄທ) ໜ້າ 27-29 ຈັດພິມໂດຍພະຍານພະເຢໂຫວາ.

^ ຂໍ້ 17 ການທຳລາຍເມືອງບາບີໂລນເປັນພຽງຕົວຢ່າງໜຶ່ງຂອງຄຳພະຍາກອນໃນຄຳພີໄບເບິນທີ່ສຳເລັດເປັນຈິງ. ຍັງມີຕົວຢ່າງອື່ນໆອີກເຊັ່ນການທຳລາຍເມືອງຕີໂລແລະເມືອງນີນີເວ. (ເອເຊກຽນ 26:1-5; ໂຊໂຟນີ 2:13-15) ນອກຈາກນັ້ນ ຄຳພະຍາກອນຂອງດານຽນຍັງບອກລ່ວງໜ້າເຖິງມະຫາອຳນາດໂລກທີ່ຈະສືບອຳນາດຕໍ່ຈາກບາບີໂລນ. ມະຫາອຳນາດເຫຼົ່ານີ້ລວມເຖິງແມດ-ເປເຣເຊ (ມີໂດ-ເປີເຊຍ) ແລະກະເລັກ. (ດານຽນ 8:5-7, 20-22) ຂໍໃຫ້ເບິ່ງພາກຜະໜວກໜ້າ 199-201 ສຳລັບການພິຈາລະນາຄຳພະຍາກອນຫຼາຍຂໍ້ກ່ຽວກັບເລື່ອງເມຊີເຊິ່ງພະເຍຊູຄລິດເຮັດໃຫ້ສຳເລັດເປັນຈິງ.