ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈາກ​ປົກ | ຄຳ​ຕົວະ​ທີ່​ເຮັດ​ໃຫ້​ມະນຸດ​ບໍ່​ຢາກ​ຮັກ​ພະເຈົ້າ

ຄວາມຈິງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫຼະ

ຄວາມຈິງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫຼະ

ມື້​ໜຶ່ງ ເມື່ອ​ພະເຢຊູ​ຢູ່​ເມືອງ​ເຢຣູຊາເລັມ​ເພິ່ນ​ສອນ​ກ່ຽວກັບ​ພະເຢໂຫວາ​ພໍ່​ຂອງ​ເພິ່ນ ແລະ​ເປີດໂປງ​ຄຳສອນ​ຜິດໆຂອງ​ພວກ​ຫົວໜ້າ​ສາສະໜາ​ໃນ​ສະໄໝ​ນັ້ນ. (ໂຢຮັນ 8:12-30) ສິ່ງ​ທີ່​ເພິ່ນ​ເວົ້າ​ໃນ​ໂອກາດ​ນັ້ນ​ສອນ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ໃຫ້​ຮູ້​ວິທີ​ກວດ​ສອບ​ສິ່ງ​ທີ່​ຄົນ​ທົ່ວໄປ​ເຊື່ອ​ກ່ຽວກັບ​ພະເຈົ້າ. ພະເຢຊູ​ບອກ​ວ່າ: “ຖ້າ​ພວກເຈົ້າ​ເຮັດ​ຕາມ​ທີ່​ຂ້ອຍ​ສອນ​ສະເໝີ ພວກເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຂ້ອຍ​ແທ້ໆ ແລະ​ພວກເຈົ້າ​ຈະ​ຮູ້ຈັກ​ຄວາມຈິງ ແລ້ວ​ຄວາມຈິງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫຼະ.”—ໂຢຮັນ 8: 31, 32

ຄຳ​ວ່າ “ເຮັດ​ຕາມ​ທີ່​ຂ້ອຍ​ສອນ​ສະເໝີ” ເປັນ​ກົດເກນ​ທີ່​ພະເຢຊູ​ໄດ້​ຕັ້ງ​ໄວ້​ເພື່ອ​ຊ່ວຍ​ເບິ່ງ​ໃຫ້​ອອກ​ວ່າ​ຄຳສອນ​ຂອງ​ສາສະໜາ​ຕ່າງໆ​ເປັນ “ຄວາມຈິງ” ຫຼື​ບໍ່. ເມື່ອ​ເຈົ້າ​ໄດ້​ຍິນ​ເລື່ອງ​ໃດ​ກໍ​ຕາມ​ກ່ຽວກັບ​ພະເຈົ້າ ໃຫ້​ເຈົ້າ​ຖາມ​ໂຕເອງ​ວ່າ ‘ເລື່ອງ​ນີ້​ສອດຄ່ອງ​ກັບ​ຄຳສອນ​ຂອງ​ພະເຢຊູ​ແລະ​ສ່ວນ​ອື່ນໆຂອງ​ພະຄຳພີ​ບໍລິສຸດ​ບໍ?’ ຂໍ​ໃຫ້​ຮຽນແບບ​ພວກ​ທີ່​ຮັບ​ຟັງ​ອັກຄະສາວົກ​ໂປໂລ ແລ້ວ “ສຶກສາ​ຄົ້ນຄວ້າ​ພະຄຳພີ​ຢ່າງ​ລະອຽດ​ທຸກ​ມື້​ເພື່ອ​ເບິ່ງ​ວ່າ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ​ຈະ​ກົງ​ກັບ​ພະຄຳພີ​ຫຼື​ບໍ່.”—ກິດຈະການ 17:11

ມາໂຄ ໂຣຊາ ເຣມອນ ທີ່​ໄດ້​ເວົ້າ​ເຖິງ​ໃນ​ບົດ​ທຳອິດ ເຂົາເຈົ້າ​ໄດ້​ກວດ​ສອບ​ຄວາມເຊື່ອ​ຂອງ​ໂຕເອງ​ຢ່າງ​ລະອຽດ​ໂດຍ​ສຶກສາ​ຄົ້ນຄວ້າ​ຄຳພີໄບເບິນ​ກັບ​ພະຍານ​ພະເຢໂຫວາ. ແລ້ວ​ເຂົາເຈົ້າ​ໄດ້​ຫຍັງ​ແດ່?

ມາໂຄ: “ຄົນ​ທີ່​ສອນ​ຄຳພີໄບເບິນ​ໃຫ້​ຂ້ອຍ​ກັບ​ເມຍ​ກໍ​ໃຊ້​ຂໍ້​ຄຳພີ​ຕອບ​ທຸກໆຄຳຖາມ​ຂອງ​ພວກ​ເຮົາ. ພວກ​ເຮົາ​ກໍ​ເລີ່ມ​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ ແລະ​ຂ້ອຍ​ກັບ​ເມຍ​ກໍ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ​ນຳ!”

ໂຣຊາ: “ໃນ​ຕອນ​ທຳອິດ ຂ້ອຍ​ຄິດ​ວ່າ​ຄຳພີໄບເບິນ​ເປັນ​ພຽງ​ແຕ່​ປຶ້ມ​ປັດຊະຍາ​ທີ່​ຄົນ​ໄດ້​ແຕ່ງ​ຂຶ້ນ​ມາ​ເພື່ອ​ລອງ​ອະທິບາຍ​ເລື່ອງ​ພະເຈົ້າ. ແຕ່​ຂ້ອຍ​ກໍ​ຄ່ອຍໆເຫັນ​ວ່າ​ຄຳພີໄບເບິນ​ຕອບ​ຂໍ້​ສົງໄສ​ຕ່າງໆ​ຂອງ​ຂ້ອຍ​ໄດ້. ດຽວ​ນີ້ ພະເຢໂຫວາ​ມີ​ແທ້​ສຳລັບ​ຂ້ອຍ. ເພິ່ນ​ເປັນ​ບຸກຄົນ​ທີ່​ຂ້ອຍ​ໄວ້​ວາງໃຈ.”

ເຣມອນ: “ຂ້ອຍ​ອະທິດຖານ​ຂໍ​ພະເຈົ້າ​ຊ່ວຍ​ຮູ້ຈັກ​ເພິ່ນ. ຈາກ​ນັ້ນ​ບໍ່​ດົນ ຂ້ອຍ​ກັບ​ຜົວ​ກໍ​ເລີ່ມ​ຮຽນ​ຄຳພີໄບເບິນ. ໃນທີ່ສຸດ ພວກ​ເຮົາ​ກໍ​ໄດ້​ຮຽນຮູ້​ຄວາມຈິງ​ກ່ຽວກັບ​ພະເຢໂຫວາ! ພວກ​ເຮົາ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ເຂົ້າໃຈ​ວ່າ​ພະເຈົ້າ​ເປັນ​ບຸກຄົນ​ແບບ​ໃດ​ແທ້.”

ຄຳພີໄບເບິນ​ບໍ່​ພຽງ​ແຕ່​ເປີດໂປງ​ຄຳ​ຕົວະ​ກ່ຽວກັບ​ພະເຈົ້າ ແຕ່​ຍັງ​ເປີດເຜີຍ​ຄວາມຈິງ​ກ່ຽວກັບ​ຄຸນລັກສະນະ​ທີ່​ງົດງາມ​ຂອງ​ເພິ່ນ. ພະເຈົ້າ​ເອງ​ເປັນ​ຜູ້​ດົນ​ໃຈ​ໃຫ້​ຂຽນ​ຄຳພີໄບເບິນ ເຊິ່ງ​ຊ່ວຍ​ພວກ​ເຮົາ​ໃຫ້ “ຮູ້ຈັກ​ສິ່ງ​ຕ່າງໆ​ທີ່​ພະເຈົ້າ​ໃຫ້​ແກ່​ພວກ​ເຮົາ​ດ້ວຍ​ຄວາມ​ຮັກ.” (1 ໂກຣິນໂທ 2:12) ເຈົ້າ​ຢາກ​ລອງ​ເບິ່ງ​ໂດຍ​ໂຕເອງ​ບໍ​ວ່າ​ຄຳພີໄບເບິນ​ຕອບ​ຄຳຖາມ​ທີ່​ສຳຄັນ​ກ່ຽວກັບ​ພະເຈົ້າ ຈຸດປະສົງ​ຂອງ​ເພິ່ນ ແລະ​ຊີວິດ​ຂ້າງ​ໜ້າ​ແນວໃດ? ລອງ​ອ່ານ​ຄຳຕອບ​ບາງ​ຂໍ້​ຈາກ​ເວັບໄຊ www.ps8318.com ໄປ​ທີ່​ຫົວ​ຂໍ້ “ຄຳສອນ​ໃນ​ຄຳພີໄບເບິນ >ຖາມ-ຕອບ​ເລື່ອງ​ຄຳພີໄບເບິນ.” ນອກຈາກນັ້ນ ເຈົ້າ​ຍັງ​ສາມາດ​ຂໍ​ຮຽນ​ຄຳພີໄບເບິນ​ໄດ້​ໃນ​ເວັບໄຊ​ນັ້ນ​ຫຼື​ບອກ​ກັບ​ພະຍານ​ພະເຢໂຫວາ​ຄົນ​ໃດ​ກໍ​ໄດ້. ພວກ​ເຮົາ​ໝັ້ນໃຈ​ວ່າ​ຖ້າ​ເຈົ້າ​ໄດ້​ລອງ ເຈົ້າ​ຈະ​ຮັກ​ພະເຈົ້າ​ໄດ້​ບໍ່​ຍາກ​ແບບ​ທີ່​ອາດຈະ​ເຄີຍ​ຄິດ​ມາ​ກ່ອນ.