ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຮຽນ 4

ພະ​ເຍຊູ​ຄລິດ​ແມ່ນ​ໃຜ?

ພະ​ເຍຊູ​ຄລິດ​ແມ່ນ​ໃຜ?

1. ຊີວິດ​ຂອງ​ພະ​ເຍຊູ​ເລີ່ມ​ຕົ້ນ​ແນວ​ໃດ?

ພະ​ເຍຊູ​ເປັນ​ຄົນ​ແບບ​ໃດ​ທີ່​ຜູ້​ຄົນ​ຈຶ່ງ​ກ້າ​ເຂົ້າ​ຫາ​ພະອົງ?—ມັດທາຍ 11:29; ມາລະໂກ 11:13-16

ພະ​ເຍຊູ​ບໍ່​ຄື​ກັບ​ມະນຸດ ພະອົງ​ເປັນ​ກາຍ​ວິນຍານ​ທີ່​ຢູ່​ໃນ​ສະຫວັນ​ກ່ອນ​ພະອົງ​ລົງ​ມາ​ເກີດ​ເທິງ​ໂລກ. (ໂຢຮັນ 8:23) ພະ​ເຍຊູ​ເປັນ​ສິ່ງ​ທຳອິດ​ທີ່​ພະເຈົ້າ​ສ້າງ ແລະ​ພະ​ເຍຊູ​ໄດ້​ຊ່ວຍ​ພະເຈົ້າ​ສ້າງ​ສິ່ງ​ອື່ນໆທັງ​ໝົດ. ຍ້ອນ​ວ່າ​ພະອົງ​ເປັນ​ຜູ້​ດຽວ​ທີ່​ພະ​ເຢໂຫວາ​ສ້າງ​ໂດຍ​ກົງ ຈຶ່ງ​ເໝາະ​ສົມ​ແລ້ວ​ທີ່​ຈະ​ເອີ້ນ​ພະ​ເຍຊູ​ວ່າ “ພະ​ບຸດ​ອົງ​ດຽວ.” (ໂຢຮັນ 1:14) ພະ​ເຍຊູ​ເປັນ​ໂຄສົກ​ຂອງ​ພະເຈົ້າ ດັ່ງ​ນັ້ນ​ພະອົງ​ຈຶ່ງ​ຖືກ​ເອີ້ນ​ວ່າ “ພະ​ຄຳ.”—ອ່ານ​ສຸພາສິດ 8:22, 23, 30; ໂກໂລດ 1:15, 16

2. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ລົງ​ມາ​ເທິງ​ໂລກ?

ພະເຈົ້າ​ຍົກ​ຍ້າຍ​ຊີວິດ​ພະ​ເຍຊູ​ຈາກ​ສະຫວັນ​ໃຫ້​ມາ​ຢູ່​ໃນ​ທ້ອງ​ຂອງ​ຍິງ​ສາວ​ປອດ​ຄົນ​ຢິວ​ຊື່​ມາລີ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ບໍ່​ມີ​ພໍ່​ທີ່​ເປັນ​ມະນຸດ. (ລືກາ 1:30-35) ພະ​ເຍຊູ​ມາ​ໃນ​ໂລກ​ດ້ວຍ​ເຫດຜົນ (1) ເພື່ອ​ຈະ​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ, (2) ເພື່ອ​ເປັນ​ຕົວຢ່າງ​ໃຫ້​ເຮົາ​ໃນ​ການ​ເຮັດ​ຕາມ​ນໍ້າໃຈ​ຂອງ​ພະເຈົ້າ ແມ່ນ​ແຕ່​ເມື່ອ​ເຮົາ​ມີ​ຄວາມ​ຫຍຸ້ງຍາກ, (3) ເພື່ອ​ສະລະ​ຊີວິດ​ສົມບູນ​ແບບ​ໃຫ້​ເປັນ “ຄ່າໄຖ່.”—ອ່ານ​ມັດທາຍ 20:28

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່?

ຄ່າໄຖ່​ເປັນ​ສິ່ງ​ທີ່​ໃຊ້​ເພື່ອ​ໃຫ້​ຄົນ​ເຮົາ​ພົ້ນ​ຈາກ​ຄວາມ​ຕາຍ. (ອົບພະຍົບ 21:29, 30) ຕັ້ງ​ແຕ່​ເບື້ອງ​ຕົ້ນ ພະເຈົ້າ​ບໍ່​ໄດ້​ມຸ່ງ​ໝາຍ​ໃຫ້​ມະນຸດ​ເຖົ້າ​ລົງ​ແລະ​ຕາຍ. ເຮົາ​ຮູ້​ໄດ້​ແນວ​ໃດ? ພະເຈົ້າ​ບອກ​ອາດາມ​ມະນຸດ​ຄົນ​ທຳອິດ​ວ່າ ຖ້າ​ລາວ​ເຮັດ​ສິ່ງ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ “ບາບ” ລາວ​ຈະ​ຕາຍ. ດັ່ງ​ນັ້ນ ຖ້າ​ອາດາມ​ບໍ່​ໄດ້​ເຮັດ​ບາບ ລາວ​ກໍ​ຈະ​ບໍ່​ຕາຍ​ເລີຍ. (ຕົ້ນເດີມ 2:16, 17; 5:5) ຄຳພີ​ໄບເບິນ​ກ່າວ​ວ່າ​ຄວາມ​ຕາຍ “ເຂົ້າ​ມາ” ເຖິງ​ມະນຸດ​ໂດຍ​ທາງ​ອາດາມ ດັ່ງ​ນັ້ນ ລາວ​ຈຶ່ງ​ຖ່າຍ​ທອດ​ຄວາມ​ບາບ​ແລະ​ຄວາມ​ຕາຍ​ໃຫ້​ກັບ​ລູກ​ຫຼານ​ໝົດ​ທຸກ​ຄົນ. ພວກ​ເຮົາ​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່​ເພື່ອ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ​ທີ່​ເຮົາ​ໄດ້​ຮັບ​ຈາກ​ອາດາມ.—ອ່ານ​ໂລມ 5:12; 6:23

ໃຜ​ຈະ​ເປັນ​ຄ່າໄຖ່​ເພື່ອ​ໄຖ່​ຖອນ​ພວກ​ເຮົາ​ຈາກ​ຄວາມ​ຕາຍ? ເມື່ອ​ເຮົາ​ຕາຍ​ໄປ ເຮົາ​ກໍ​ໄດ້​ຊຳລະ​ໂທດ​ບາບ​ຂອງ​ເຮົາ​ເອງ. ມະນຸດ​ທີ່​ຜິດ​ບາບ​ບໍ່​ສາມາດ​ໃຊ້​ຊີວິດ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ກັນ​ໄດ້.—ອ່ານ​ຄຳເພງ 49:7-9

4. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕາຍ?

ບໍ່​ຄື​ກັບ​ເຮົາ ພະ​ເຍຊູ​ເປັນ​ມະນຸດ​ທີ່​ສົມບູນ​ແບບ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ບໍ່​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ບາບ. ພະອົງ​ບໍ່​ເຄີຍ​ເຮັດ​ຜິດ​ບາບ​ເລີຍ. ພະອົງ​ຕາຍ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ຄົນ​ອື່ນ. ພະເຈົ້າ​ສະແດງ​ຄວາມ​ຮັກ​ອັນ​ໃຫຍ່​ຫຼວງ​ຕໍ່​ມະນຸດ​ຊາດ​ໂດຍ​ສົ່ງ​ລູກ​ຊາຍ​ຂອງ​ພະອົງ​ໃຫ້​ມາ​ຕາຍ​ເພື່ອ​ເຮົາ. ພະ​ເຍຊູ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໂດຍ​ການ​ເຊື່ອ​ຟັງ​ພໍ່​ຂອງ​ພະອົງ ແລະ​ມອບ​ຊີວິດ​ຂອງ​ພະອົງ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ພວກ​ເຮົາ.—ອ່ານ​ໂຢຮັນ 3:16; ໂລມ 5:18, 19

ເບິ່ງ​ວິດີໂອ ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕາຍ?

5. ປັດຈຸບັນ​ນີ້​ພະ​ເຍຊູ​ກຳລັງ​ເຮັດ​ຫຍັງ?

ເມື່ອ​ຕອນ​ຢູ່​ໃນ​ໂລກ ພະ​ເຍຊູ​ໄດ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ ປຸກ​ຄົນ​ຕາຍ ແລະ​ຊ່ວຍ​ຄົນ​ໃຫ້​ພົ້ນ​ຈາກ​ອັນຕະລາຍ. ໂດຍ​ວິທີ​ນີ້ ພະອົງ​ສະແດງ​ໃຫ້​ເຫັນ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ໃນ​ອະນາຄົດ​ສຳລັບ​ມະນຸດ​ທີ່​ເຊື່ອ​ຟັງ. (ມັດທາຍ 15:30, 31; ໂຢຮັນ 5:28) ຫຼັງ​ຈາກ​ພະ​ເຍຊູ​ຕາຍ​ພະເຈົ້າ​ໄດ້​ປຸກ​ພະອົງ​ໃຫ້​ເປັນ​ກາຍ​ວິນຍານ. (1 ເປໂຕ 3:18) ແລ້ວ​ພະ​ເຍຊູ​ໄດ້​ລໍ​ຖ້າ​ຢູ່​ເບື້ອງ​ຂວາ​ຂອງ​ພະເຈົ້າ​ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ແຕ່ງ​ຕັ້ງ​ພະອົງ​ໃຫ້​ເປັນ​ກະສັດ​ປົກຄອງ​ໂລກ. (ເຫບເລີ 10:12, 13) ປັດຈຸບັນ​ນີ້ ພະ​ເຍຊູ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ ແລະ​ມອບ​ໝາຍ​ໃຫ້​ສາວົກ​ຂອງ​ພະອົງ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ.—ອ່ານ​ດານຽນ 7:13, 14; ມັດທາຍ 24:14

ອີກ​ບໍ່​ດົນ ພະ​ເຍຊູ​ຈະ​ໃຊ້​ອຳນາດ​ກະສັດ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ ແລະ​ຜູ້​ທີ່​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ທຸກ​ລຳບາກ​ນັ້ນ​ສາບ​ສູນ​ໄປ. ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໂດຍ​ການ​ເຊື່ອ​ຟັງ​ພະ​ເຍຊູ​ຈະ​ຊື່ນຊົມ​ກັບ​ຊີວິດ​ໃນ​ອຸທິຍານ​ເທິງ​ໂລກ​ນີ້.—ອ່ານ​ຄຳເພງ 37:9-11